ກະຊວງ ປກສ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຢ້ຽມຢາມນັກໂທດແບບທັນສະໄໝ ກັບບໍລິສັດ 3 ເອັສ ພັດທະນາຈໍາກັດຜູ້ດຽວ

    0
    123

    ໃນວັນທີ 30 ມັງກອນ 2023, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການຢ້ຽມຢາມນັກໂທດແບບທັນສະ ໄໝ ກັບບໍລິສັດ 3

    ເອັສ ພັດທະນາ ຈໍາກັດຜູ້ດຽວ; ໂດຍມີ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຕາງໜ້າ ຫ້ອງວ່າການກະຊວງ ປກສ, ກົມຕໍາຫຼວດຄຸມຂັງ-ດັດສ້າງ ພ້ອມດ້ວຍພະ ນັກງານ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

    ໃນພິທີ, ພັອ ພູທອນ ພົນໂພສີລາຫົງ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ ກ່າວວ່າ: ບໍລິສັດ 3 ເອັສ ພັດທະນາ ໄດ້ສະເໜີ ເຈດຈຳນົງມາຍັງກົມຕໍາຫຼວດຄຸມຂັງ-ດັດ ສ້າງ ກະຊວງປ້ອງກັນຄວາມສະຫງົບ ໂດຍມີຈຸດປະສົງໃນການພັດທະນາລະ ບົບຢ້ຽມຍາດນັກ ໂທດແບບທັນສະໄໝ ໂດຍຜ່ານລະບົບອອນລາຍ

    Smart Prison Visitor( ການຢ້ຽມຍາດແບບທັນສະໄໝ ) ໂດຍແມ່ນບໍລິສັດ ເປັນຜູ້ລົງທຶນ 100% ໄລຍະທົດລອງຄວາມເປັນໄປໄດ້ໃນເວລາ 1 ປີ, ເຊິ່ງຄາດວ່າ ພາຍຫຼັງການນໍາໃຊ້ລະບົບດັ່ງກ່າວຈະເຮັດໃຫ້ວຽກງານນີ້ມີຄວາມສະດວກ, ສະບາຍ ແລະ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນກວ່າເກົ່າ.

    ຈາກນັ້ນ, ກໍໄດ້ມີພິທີເຊັນບົດບັນທຶກຮ່ວມກັນລະຫວ່າງ ພົຈວ ໜູຈອນ ກ້ອນ ທອງດຳ ຮອງຫົວໜ້າກົມໃຫຍ່ພະລາທິການ ຕາງໜ້າໃຫ້ກະຊວງ ປກສ ແລະ ທ່ານ ປອ ພອນປະເສີດ ອິນທະສອນ ປະທານບໍລິສັດ 3 ເອັສ ພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້່າຮ່ວມເປັນສັກຂີພະຍານ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.