ຄົນເກີດວັນອາທິດ:ການງານເຮັດທຸລະກິດຂອງທ່ານເອງຈະປະສົບຄວາມສຳເລັດ ການເງິນຫາເງິນໄດ້ຫລາຍ ແຕ່ກໍຈະເສຍເງິນຫຼາຍເປັນພິເສດ ຄວາມຮັກໄດ້ພົບເລື່ອງດີໆ ຄົນຮັກຈະມີແຕ່ສ້າງດີໆໃຫ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີເຫຼືອງ ເລກນຳໂຊກ2
ຄົນເກີດວັນຈັນ:ການງານເຮັດທຸລະກິດດ້ານສິນເຊື່ອຈະເຮັດໃຫ້ທ່ານເປັນຄົນທີ່ເກັ່ງ ກ້າເວົ້າກ້າວ່າ ການເງິນໄດ້ໂຊກຈາກຄົນທີ່ທ່ານເຄົາລົບເຂົ້າມາຊ່ວຍເຫຼືອເລື່ອງການເງິນ
ຄວາມຮັກບໍ່ຄວນໃຊ້ອາລົມໃນການຕັດສິນແກ້ໄຂບັນຫາ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ9
ຄົນເກີດວັນອັງຄານ:ການງານໃຊ້ເງິນລົງທຶນເປັນຈໍານວນຫຼາຍໃນເລື່ອງການສ້າງທຸລະກິດ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃນການໃຊ້ຈ່າຍ ຄວາມຮັກທ່ານຈະໄດ້ພົບຮັກແທ້ ຄົນທີ່ໝູ່ເພື່ອນອາດແນະນໍາໃຫ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6
ຄົນເກີດວັນພຸດ:ການງານທ່ານສາມາດແກ້ບັນຫາສະເພາະໜ້າແລ້ວຈະສ້າງຜົນງານ ວຽກງານໄດ້ດີ ການເງິນໄດ້ເງິນເຂົ້າມາໃຊ້ຈ່າຍເປັນຈໍານວນຫຼວງຫຼາຍ ຄວາມຮັກໄດ້ພົບຄົນຜິວສອງສີເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຂາວ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານປະສົບຄວາມສຳເລັດໃນການເຮັດວຽກງານ ການເງິນຈະໄດ້ໂຊກຈາກຜູ້ໃຫຍ່ຊ່ວຍອຸປະຖໍາເລື່ອງວຽກງານ ຄວາມຮັກບໍ່ມີເວລາທຸ້ມເທໃຫ້ຄົນຮັກ ເພາະເປັນຊ່ວງທີ່ທ່ານວຸ້ນເລື່ອງວຽກ ເຄື່ອງມຸງຄຸນຫິນນໍາໂຊກສີຂາວ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ8
ຄົນເກີດວັນສຸກ:ການງານເຮັດທຸລະກິດດ້ານວົງການບັນເທິງຈະປະສົບຄວາມສຳເລັດ ການເງິນລ້ຳລວຍຫລາຍຂຶ້ນໃນຊ່ວງນີ້ ຄວາມຮັກຄວນລະວັງເລື່ອງຄໍາເວົ້າບໍ່ຄວນໃຫ້ອາລົມຫຼາຍເກີນໄປ ເຄື່ອງມຸງຄຸນເພັດສີຂາວ ສີມຸງຄຸນສີຟ້າ ເລກນຳໂຊກ8
ຄົນເກີດວັນເສົາ:ການງານການເຈລະຈາພາເກີດໂຊກລາບ ການເງິນມື້ນີ້ຈະໄດ້ເງິນເຂົ້າມາໃຊ້ຈ່າຍຈໍານວນຫຼາຍ ຄວາມຮັກໄດ້ພົບຄູ່ບຸນ ຈະເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ2