ອາທິດຜ່ານມາ, ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ໃຫ້ນັກໂທດຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ, ໂດຍມີ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ປະທານຄະນະກຳມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ມີ ພັທ ເຄນວອນ ລໍວັນໄຊ
ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າອົງການໄອຍາການປະຊາຊົນແຂວງ, ຄະນະພັກ-ຄະນະບັນຊາ, ພາກສ່ວນກ່ຽວຂ້ອງ, ຍາດພີ່ນ້ອງ ແລະ ນັກໂທດທີ່ໄດ້ຮັບອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ເຂົ້າຮ່ວມ.
ການອະໄພຍະໂທດ-ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ໃນຄັ້ງນີ້ ແມ່ນອີງຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກ ທີ 001/ປປທ ວ່າດ້ວຍ ການປະຕິບັດນະໂຍບາຍໃຫ້ແກ່ນັກໂທດຜູ້ທີ່ມີຜົນງານດີເດັ່ນ, ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ໄດ້ດີ ແລະ ຄົບຕາມມາດຖານ, ເງື່ອນໄຂໃນການສະເໜີໃຫ້ອະໄພຍະໂທດ, ຫຼຸດ
ຜ່ອນໂທດ ແລະ ປ່ອຍຕົວ ໃຫ້ແກ່ນັກໂທດຜູ້ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ.ເຊິ່ງມາດຖານເງື່ອນໄຂຂອງຜູ້ທີ່ຈະໄດ້ຮັບການຜ່ອນໂທດ ແມ່ນຈະຕ້ອງເປັນບຸກຄົນທີ່ມີຄວາມກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນ, ມີຄວາມບຸກບືນ, ຫ້າວຫັນໃນການ
ປັບປຸງປ່ຽນແປງຕົນເອງທາງດ້ານແນວຄິດຈິດໃຈ ແລະ ການກະທຳ, ມີຜົນງານທີ່ດີເດັ່ນໃນຂະບວນການອອກແຮງງານ ແລະ ຕັ້ງໜ້າປະຕິບັດໂທດ, ກົດລະບຽບວິໄນຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ແກ່ນັກໂທດດ້ວຍກັນ ຈຶ່ງຈະໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ຕາມແນວທາງນະໂຍບາຍຂອງພັກ-ລັດຂັ້ນເທິງ.
ຜ່ານການຄົ້ນຄວ້າການອະໄພຍະໂທດ-ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ໃຫ້ກັບນັກໂທດຜູ້ມີມາດຖານ, ເງື່ອນໄຂຢູ່ແຂວງບໍລິຄໍາໄຊ ໃນປີ 2022 ມີຈໍານວນ 11 ຄົນ ຍິງ 1 ຄົນ, ໃນນີ້ສະເໜີໄດ້ຮັບອະໄພຍະໂທດ-ຫຼຸດຜ່ອນໂທດ ຈຳນວນ 10 ຄົນ ຍິງ 1 ແລະ ອະໄພຍະໂທດປ່ອຍຕົວ 1 ຄົນ.
ໃນພິທີ, ທ່ານ ຄຳແຫວນ ປັນຍານຸວົງ ໄດ້ມອບໃບຍັງຢືນຂອງ ຄະນະກໍາມະການອະໄພຍະໂທດລະດັບຊາດ ໃຫ້ແກ່ນັກໂທດທີ່ໄດ້ຮັບອະໄພຍະໂທດ ພ້ອມທັງໂອ້ລົມສະແດງຄວາມດີໃຈ, ຊົມເຊີຍຕໍ່ນັກໂທດທີ່ໄດ້ຮັບການອະໄພຍະໂທດ-ຫຼຸດຜ່ອນໂທດ ແລະ ປ່ອຍຕົວ, ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ສືບຕໍ່ປະຕິບັດລະບຽບວິໄນຄ້າຍຄຸມຂັງ-ດັດສ້າງ ເອົາໃຈໃສ່ສ້າງຜົນງານໃຫ້ດີເດັ່ນ, ຄຽງຄູ່ກັບການປັບປຸງປ່ຽນແປງທາງດ້ານແນວຄິດ ແລະ ພຶດຕິກຳໃຫ້ດີຂຶ້ນເທື່ອລະກ້າວ ເພື່ອຈະໄດ້ຮັບການອະໄພຍະໂທດໃນຄັ້ງຕໍ່ໄປ.