ກາຍເປັນປະເດັນປະເທດໄທ ບໍ່ພໍໃຈ ແລະ ຈະບໍ່ສົ່ງນັກກິລາແຂ່ງ ມວຍ ລົງໃນຊີເກມ 2023

    0
    137

    ກຳປູເຈຍ ຕັດສິນໃຈປ່ຽນຊື່ກິລາ “ມວຍ” ເປັນ “ກຸນ ຂະແມ” ເນື່ອງຈາກເຈົ້າພາບງານກິລາຊີເກມ 2023 ບໍ່ຢາກໃຊ້ຄຳວ່າ “ມວຍ” ຈຶ່ງເຮັດໃຫ້ໄທບໍ່ພໍໃຈ ແລະ ບໍ່ສົ່ງນັກກິລາແຂ່ງ “ກຸນ ຂະແມ” ໃນຊີເກມ 2023.

    ຖືວ່າເປັນປະເດັນຕໍ່ສັງຄົມໃນປະເທດໄທຫຼາຍ ເມື່ອ ກຳປູເຈຍ ເຈົ້າພາບຊີເກມ 2023 ອ້າງສິດເຈົ້າພາບບໍ່ຂໍໃຊ້ຊື່ “ມວຍໄທ” ໜຶ່ງໃນກິລາທີ່ຈະມີການແຂ່ງຂັນຊີເກມ.

    ໂດຍ ວັດ ຈຳເລີນ ເລຂາທິການຄະນະກຳມະການຈັດການແຂ່ງຂັນຊີເກມຂອງກຳປູເຈຍ (CAMSOC) ແລະ ຄະນະກຳມະການໂອລິມປິກແຫ່ງຊາດຂອງກຳປູເຈຍ (NOCC) ກ່າວວ່າ ການຕັດສິນໃຈປ່ຽນຊື່ຊະນິດກິລາຈາກ “ມວຍ” ເປັນ “ກຸນ ຂະແມ” ຢ່າງເປັນທາງການໃນຊີເກມ 2023 ກໍເພື່ອໃຫ້ສອດຄ່ອງກັບຄຳຄິດເຫັນຂອງປະຊາຊົນ ເນື່ອງຈາກຄຳວ່າ ມວຍໄທ ມາຈາກ ໄທ.

    ແລະ ການປ່ຽນຊື່ “ກຸນ ຂະແມ” ຄັ້ງນີ້ ເຮັດໃຫ້ໄທ ຈະບໍ່ສົ່ງນັກກິລາແຂ່ງຂັນ “ກຸນ ຂະແມ” ເຊິ່ງເປັນກິລາທີ່ເຈົ້າພາບກຳປູເຈຍ ໃຊ້ເອີ້ນຊື່ກິລາມວຍ ຍ້ອນເຈົ້າພາບປ່ຽນຊື່ ທັ້ງທີ່ຜ່ານມາ ຊີເກມ ມີການຕົກລົງກັນໄວ້ແລ້ວວ່າໃຫ້ໃຊ້ຊື່ “ມວຍ”.

    ທັ້ງນີ້ ກິລາ “ມວຍ” ເປັນກິລາທີ່ທັງ ໄທ ແລະ ກຳປູເຈຍ ຖົກຖຽງກັນວ່າຕົນເປັນຜູ້ເລີ່ມຕົ້ນກຳເນີດຂອງສິລິປະນີ້.ກິລາ “ກຸນ ຂະແມ” ຈະມີພຽງແຕ່ 3 ປະເທດທີ່ຈະສົ່ງນັກກິລາໄປແຂ່ງຂັນໄດ້ແກ່ ກຳປູເຈຍ ລາວ ແລະ ມຽນມາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.