ຄົນເກີດວັນອາທິດ:ການງານສ້າງຊື່ສຽງ ສ້າງຜົນງານດ້ານວຽກງານໄດ້ດີ ເຮັດໃຫ້ທ່ານເປັນຄົນທີ່ເກັ່ງມີຄວາມສາມາດ ການເງິນພົບເລື່ອງເສຍເງິນແບບບໍ່ຄາດຝັນເຂົ້າມາເຮັດໃຫ້ທ່ານໝູນເງິນບໍ່ທັນ ຄວາມຮັກໄດ້ພົບຮັກກັບຄົນທີ່ຢູ່ໃກ້ທ່ານ ອາດມາຈາກຄວາມສະໜິດກັນມາກ່ອນແລ້ວ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ 8
ຄົນເກີດວັນຈັນ:ການງານຈະໄດ້ຮັບການອຸປະຖຳຊ່ວຍເຫຼືອຈາກຜູ້ທີ່ມີຕຳແໜ່ງສູງກວ່າ ການເງິນມີລາຍຈ່າຍຫຼາຍເປັນພິເສດ ຕ້ອງລະວັງເລື່ອງຂອງການໃຊ້ເງິນ ຄວາມຮັກໄດ້ພົບຮັກກັບຄົນນິໄສດີເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ4
ຄົນເກີດວັນອັງຄານ:ການງານຕ້ອງຕັດສິນໃຈເລີ່ມທຸລະກິດພາຍໃຕ້ສະພາບເຄັ່ງຄຽດ ແລະ ກົດດັນ ແຕ່ທ່ານເປັນຄົນທີ່ມີຄວາມອົດທົນ ການເງິນທ່ານຈະໄດ້ກູ້ເງິນ ຫຼື ການຂໍເຄຣດິດຈາກສະຖາບັນການເງິນໄດ້ແບບສໍາເລັດ ຄວາມຮັກໄດ້ພົບຮັກກັບຄົນທີ່ມີອາຍຸນ້ອຍກວ່າ ອາດມາຈາກລຸ້ນນ້ອງທີ່ແອບຮັກ ຫຼື ການແອບຮັກຮຸ່ນນ້ອງ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3
ຄົນເກີດວັນພຸດ:ການງານເດີນທາງຕິດຕໍ່ວຽກງານຫຼາຍຂຶ້ນເຮັດໃຫ້ທ່ານມີປະສົບການ ແລະ ເກັ່ງຂຶ້ນເລື້ອຍໆ ການເງິນໄດ້ເງິນກ້ອນໃຫຍ່ຈາກຄວາມສາມາດຂອງຕົນເອງເຂົ້າມາໃນການໃຊ້ຈ່າຍ ຄວາມຮັກໄດ້ພົບຄວາມຮັກທີ່ດີ ພົບຄູ່ຄອງທີ່ດີ ເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານເຮັດທຸລະກິດຈະການຄ້າອາຫານ ຫຼື ເຄື່ອງຂອງແຟຊັ່ນໄດ້ຜົນກຳໄລດີ ການເງິນບໍລິວານຈະຖ້າອຸປະຖຳທາງການເງິນໃຫ້ແກ່ທ່ານ ຄວາມຮັກເກີດຄວາມຫ່າງເຫີນກັນຫຼາຍຂຶ້ນ ແລະ ກໍບໍ່ມີເວລາໃຫ້ກັນ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນ ສີເຫຼືອງ ເລກນຳໂຊກ 1
ຄົນເກີດວັນສຸກ:ການງານເກີດການລົງນາມເອກະສານສັນຍາປະສົບຄວາມສຳເລັດທີ່ດີ ການເງິນໄລຍະນີ້ຈະຈ່າຍເງິນໃຫ້ກັບບໍລິວານ ທີ່ເຂົ້າມາຊ່ວຍໃນເລື່ອງຕ່າງໆໃຫ້ທ່ານ ຄວາມຮັກເດີນທາງແລ້ວໄດ້ພົບຮັກກັບຄົນຜິວຂາວ ເຄື່ອງມຸງຄຸນເງິນ ສີມຸງຄຸນສີແດງ ເລກນຳໂຊກ6
ຄົນເກີດວັນເສົາ:ການງານເຮັດທຸລະກິດຈະການຄ້າສື່ອອນລາຍ ຈະໄດ້ຜົນກຳໄລຫຼາຍຂື້ນ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາ ແຕ່ລາຍຈ່າຍຂອງທ່ານກໍຫຼາຍເຊັ່ນກັນ ຄວາມຮັກໄດ້ພົບຄູ່ຄອງຮັກແທ້ ເຂົ້າມາໃຫ້ຮູ້ຈັກ ໃຫ້ທ່ານຮູ້ສຶກທ່ານເປັນຄົນທີ່ພິເສດ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີຂຽວ ເລກນຳໂຊກ7