ບຸນສະຫຼອງສົມໂພດ ອົງພຣະຍອດແກ້ວຣາຊະຄູຫຼວງໂພນສະເມັກ (ພຣະຄູຂີ້ຫອມ) ທີ່ວັດພຣະທາດລູກກະຕັນຍູ ສຸກວິໄລ ວໍຣະວິຫານ ບ້ານຄອນໄຫຼ ນະຄອນປາກເຊ ແຂວງຈໍາປາສັກຈະໄດ້ຈັດຂຶ້ນໃນວັນພະຫັດ ວັນທີ 26 ຫາ ວັນສຸກ ວັນທີ 27 ມັງກອນ 2023 ນີ້.
ວັນພະຫັດ ວັນທີ 26 ມັງກອນ 2023 ກົງກັບຂຶ້ນ 5 ຄ່ຳ ເດືອນ 3 ລາວ ຈະເປັນມື້ຫ້າງຫາກະກຽມ ແລະ ຮັບອະນຸໂມທະນາຕະຫຼອດທັງວັນ. ເວລາ 15:00 ຈະໄດ້ແຫ່ກອງອັດຖະ ຈໍານວນ 9 ກອງ ເຂົ້າສູ່ວັດພຣະທາດລູກກະຕັນຢູ ສຸກວິໄລ ວໍຣະວິຫານ.
ວັນສຸກ ວັນທີ 27 ມັງກອນ ກົງກັບມື້ຂຶ້ນ 6 ຄ່ຳ ເດືອນ 3 ລາວ, ເວລາ 7 ໂມງ ຈະມີພິທີທໍາບຸນໃສ່ບາດ ຖວາຍສັງຄະທານ, ຟັງທໍາມະເທສະໜາ, ຮັບພອນ, ຢາດນ້ໍາ ແລະ ຍົກຍອດພຣະທາດບໍລິວານທັງ 4 ອົງ. ເວລາ 18 ໂມງ ເຂົ້າສູ່ພິທີສຸດປະຣິຕະມົງຄຸນ, ຖວາຍອົງພຣະຍອດແກ້ວ ຣາຊະຄູຫຼວງໂພນສະເມັກ (ພໍ່ເຖົ້າຄູຂີ້ຫອມ) ແລະ ເທທອງ ຫຼ່ໍພຣະອົງແສນ ອົງຈໍາລອງ. ເວລາ 20 ໂມງ ເຂົ້າສູ່ພິທີສົມໂພດພຣະຕະຫຼອດແຈ້ງ.
ບຸນສະຫຼອງສົມໂພດດັ່ງກ່າວນີ້ຈັດຂຶ້ນເປັນຄັ້ງທໍາອິດ ແລະ ເປັນຮູບຫຼໍ່ຂອງອົງພຣະຍອດແກ້ວຣາຊະຄູຫຼວງໂພນສະເມັກ (ພຣະຄູຂີ້ຫອມ) ຈະໃຫຍ່ທີ່ສຸດໃນລາວ ເພື່ອເປັນມູນມັງມໍລະດົກ ຂອງຊາດ ແລະ ຂອງພຣະພູດທະສາສະໜາ.