ທ່ານ ດຣ. ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍ ມິດຕະພາບ 150 ຕຽງ ລາຍງານໃນກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາໂຮງໝໍປະຈຳປີ 2022 ແລະ ແຜນການ ປີ 2023 ໃນວັນທີ 19 ມັງກອນ 2023 ນີ້ວ່າ: ໃນໄລຍະ 1 ປີໄດ້ຜ່ານມາໂຮງໝໍມິດຕະພາບໄດ້ກວດ ແລະ ປິ່ນປົວຄົນເຈັບຢູ່ຫ້ອງກວດເຂດ
ນອກໄດ້ 153.425 ເທື່ອຄົນ, ຍິງ 88.421 ເທື່ອຄົນ, ກວດເຂດນອກໂຮງໝໍພາກຂະຫຍາຍ 43.447 ເທື່ອຄົນ, ຍິງ 25.275 ເທື່ອຄົນ, ຮັບຄົນເຈັບ ສຸກເສີນ 45.081 ເທື່ອຄົນ, ຍິງ 21.658 ເທື່ອຄົນ (ໃນນັ້ນ ອຸປະຕິເຫດທ້ອງຖະໜົນເຂົ້າມາ ສຸກເສີນ 10.855 ກໍລະນີ, ຍິງ 3.533 ກໍລະນີ) ຮັບຄົນເຈັບເຂົ້ານອນ 20.142
ເທື່ອຄົນ, ຍິງ 8.928 ເທື່ອຄົນ, ເດັກເກີດໃໝ່ 1.497 ຄົນ, ຍິງ 774 ຄົນ (ໃນນັ້ນຄົນເຈັບເກີດລູກທາງຊ່ອງຄອດທີ່ຕິດ ເຊື້ອພະຍາດໂຄວິດ-19 ມີ 32 ກໍລະນີ),
ຜ່າຕັດທັງໝົດ 8.580 ກໍລະນີ (ໃນນັ້ນໄດ້ຜ່າຕັດຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ມີ 154 ກໍລະນີ), ຟອກໄຂ່ຫລັງ 6.069 ເທື່ອຄົນ (ໃນນັ້ນ ໄດ້ຟອກໄຂ່ຫລັງໃຫ້ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ມີ 48 ເທື່ອກໍລະນີ), ອັດຕາການຫມູນໃຊ້ຕຽງ 109,38% ຄົນເຈັບສາຍແສງປິ່ນປົວມະເຮັງ 7.013 ເທື່ອຄົນ.
ພ້ອມນັ້ນກໍໄດ້ເອົາໃຈໃສ່ການປະຕິບັດຫນ້າທີ່ວຽກງານການຕອບໂຕ້ ສະກັດກັ້ນ ແລະ ຄວບຄຸມ ແກ້ໄຂການລະບາດຂອງເຊື້ອພະຍາດ COVID-19 ເຊິ່ງໄດ້ເກັບຕົວຢ່າງຄົນເຈັບກໍລະນີສົງໃສ່ 28.818 ກໍລະນີ (ກວດດ້ວຍ Rapid test 13.767 ກໍລະນີ (ໃຫ້ຜົນບວກ 1.120 ກໍລະນີ), Gen Xpert 6.219 ກໍລະນີ (ໃຫ້ ຜົນບວກ 1.440
ກໍລະນີ), ສົ່ງໄປສູນເມຣິເອີ 6.632 ກໍລະນີ) ເຂົ້ານອນປິ່ນປົວ 857 ກໍລະນີ, ປິ່ນປົວດີ ແລະ ອອກໂຮງໝໍ 810 ກໍລະນີ, ເປີດກວ້າງໃນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ມີຜູ້ມາຮັບສັກວັກຊີນ 23.829 ເຂັ້ມ.
ນອກນີ້ໄດ້ປະຕິບັດນະໂຍບາຍວຽກງານປະກັນສຸຂະພາບໂດຍມີຜູ້ປະກັນຕົນມາຮັບບໍລິການ 63.931 ຄົນ, ນະໂຍບາຍການຢືນປົວໂດຍບໍ່ເສຍຄ່າແກ່ຜູ້ທຸກຍາກອານະຖາ, ນັກບວດ, ນັກຮຽນ, ນັກສຶກສາ ແລະ ນະໂຍບາຍຫລຸດຄ່າຟອກເລືອດໃຫ້ຄົນເຈັບຜູ້ທຸກຍາກມີ 987 ຄົນ ມູນຄ່າ 318.181.390 ກີບ.