ການແຂ່ງຂັນບານເຕະຊາຍ ຊີງແຊ໋ມອາຊຽນ 2022 ຮອບຊິງຊະນະເລີດ ນັດທີ່ 2 ທີມຊາດໄທ ພົບ ທີມຊາດຫວຽດນາມຈະມີຂຶ້ນໃນວັນທີ 16 ມັງກອນ 2023 ເລີ່ມເວລາ 19 ໂມງ 30 ທີ່ສະໜາມກິລາທຳມະສາດ.
ການແຂ່ງຂັນຮອບຊີງຊະນະເລີດນີ້ແມ່ນແຂ່ງຂັນແບບໄປກັບ ຊຶ່ງນັດທຳອິດ ແຂ່ງຂັນຢູ່ທີ່ປະເທດຫວຽດນາມເຊີ່ງຜົນການແຂ່ງຂັນແມ່ນທີມ ຊາດຫວຽດນາມ ສະເໝີກັບ ທີມຊາດໄທ 2 ປະຕູຕໍ່ 2 ແລະ ນັດທີ່ 2 ຈະແຂ່ງທີ່ປະເທດໄທ.
ການແຂ່ງຂັນບານເຕະຊາຍ ຊີງແຊ໋ມອາຊຽນ 2022 ຮອບຊິງຊະນະເລີດ ນັດທຳອິດ ທີມຊາດຫວຽດນາມ ສະເໝີກັບ ທີມຊາດໄທ 2 ປະຕູຕໍ່ 2 ຊຶ່ງເຮັດໃຫ້ເປັນງານຍາກຂື້ນ ຂອງ ທີມຊາດຫວຽດນາມ ທີ່ຕ້ອງເອົາຊະນະທີມຊາດໄທ ໃຫ້ໄດ້ເພື່ອຈະຄວ້າແຊ້ມ ການແຂ່ງຂັນ ບານເຕະຊາຍ ຊີງແຊ໋ມອາຊຽນ 2022 ນີ້, ສ່ວນທີມຊາດໄທ ແຊ້ມເກົ່າທີ່ສາມາດບຸກໄປ ສະເໝີກັບ ທີມຊາດຫວຽດນາມ 2ປະຕູຕໍ່ 2ມານັ້ນ ໃນນັດນີ້ ຂໍພຽງສະເໝີ ດ້ວຍສະກໍ 0 ປະຕູຕໍ່ 0 ຫຼື 1 ປະຕູຕໍ່ 1 ກໍ່ສາມາດຮັກສາແຊ້ມໃນລາຍການນີ້ໄດ້.