ລາວ ແລະ ຫວຽດນາມ ໄດ້ລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 10 ສະບັບປະກອບມີ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງກົນໄກການປຶກສາຫາລືວຽກງານການທູດເສດຖະກິດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ
ແຜນງານການຄົ້ນຄວ້າ ແລະ ຝຶກອົບຮົມໃຫ້ແກ່ ນັກການທູດ ແລະ ພະນັກງານກະຊວງການຕ່າງປະເທດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ; ສົນທິສັນຍາ ວ່າດ້ວຍ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທາງດ້ານຍຸຕິທໍາໃນບັນຫາທາງແພ່ງ ລະຫວ່າງ ສປປ ລາວ ແລະ
ສສ ຫວຽດນາມ; ສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ຄູ່ຮ່ວມມືດີຈີຕອນ; ອະນຸສັນຍາ ວ່າດ້ວຍ ການຮ່ວມມືກໍ່ສ້າງບຸກຄະລາກອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ; ແຜນການຮ່ວມມື ປີ 2023 ລະຫວ່າງ ກະຊວງ
ສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ສສ ຫວຽດນາມ, ບົດບັນທຶກການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງຈໍາປາສັກ ແຫ່ງ ສປປ
ລາວ ແລະ ແຂວງກວາງຈິ ແຫ່ງ ສສ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານນະວັດຕະກໍາທາງດ້ານການເງິນ ແລະ ລະບົບຊໍາລະ ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ ແລະ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ
ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ກ່ຽວກັບ ການຮ່ວມມືຮອບດ້ານຂົງເຂດຄົມມະນາຄົມ ແລະ ຂົນສົ່ງທາງນໍ້າ.ພິທີເຊັນສັນຍາ 10 ສະບັບດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ຢູ່ນະຄອນຫຼວງວຽງຈັນໂດຍການ ເປັນສັກຂີພິຍານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ
ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດທີ່ ທ່ານຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະ ການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ
ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ແລະ ເຂົ້າຮ່ວມພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແຕ່ວັນທີ 11-12 ມັງກອນ 2023.
ຂ່າວ: ກະຊວງການຕ່າງປະເທດ