ກອງປະຊຸມສະໄໝສາມັນ ເທື່ອທີ 4ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 11 ມັງກອນນີ້ ທີ່ອົງການປົກຄອງ ນວ ໂດຍເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສປ ນວ, ເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1 ນວ ສະມາຊິກສະພາປະຊາຊົນ ນວ (ສສ.ນວ) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ມື້ນີ້ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສປ ນວ ໄດ້ໄຂຂຶ້ນຢ່າງເປັນທາງການໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ ແລະ ທົ່ວປວງຊົນຊາວ ນວ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ, ໂດຍສະເພາະ ແມ່ນການຜັນຂະຫຍາຍ ບັນດາຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ເປັນແຜນການອັນລະອຽດຢູ່ໃນທ້ອງຖິ່ນ ເພື່ອນໍາໄປຈັດຕັ້ງປະຕິບັດ ເຂົ້າສູ່ຊີວິດຕົວຈິງ ຢູ່ໃນຮາກຖານ ເປັນຕົ້ນແມ່ນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ຂອງ ນວ.
ທ່ານປະທານ ສປ ນວ ໃຫ້ຮູ້ວ່າ: ໄລຍະປີ 2022 ຜ່ານມາປະເທດເຮົາໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ສະສົມມາເປັນເວລາຫຼາຍປີ ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ພົບສິ່ງທ້າທາຍໃໝ່ເປັນຕົ້ນ ອັດຕາແລກປ່ຽນເໜັງຕີງແຮງ ລາຄານໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ. ໃນນີ້, ນວ ໃນຖານະເປັນນະຄອນຫຼວງຂອງປະເທດເປັນຕົວເມືອງໃຫຍ່ກວ່າແຂວງອື່ນໆກໍໄດ້ຮັບຜົນກະທົບໂດຍກົງຈາກຂໍ້ຫຍຸ້ງຍາກ ສິ່ງທ້າທາຍ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຊາວ ນວ ພົບຄວາມຝືດເຄືອງ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານປະຈໍາປີ 2022 ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສປ ນວ ຊຸດທີ II ມີອຸປະສັກຫຼາຍປະການ ເຖິງຢ່າງໃດກໍຕາມ ພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກ ສປ ນວ ອົງການປົກຄອງທີ່ໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແລະ ຜ່ານຜ່າຄວາມຫຍຸ້ງ ຍາກຢ່າງເປັນເຈົ້າການໄດ້ເຮັດໃຫ້ການຈັດຕັ້ງປະຕິບັດບັນດາຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານປີ 2022 ກໍຄືການປະຕິບັດ 2ວາລະແຫ່ງຊາດທີ່ສະພາປະຊາຊົນຮັບຮອງເອົານັ້ນໄດ້ມີຄວາມຄືບຫນ້າດີພໍສົມຄວນ ແລະ ບາງຄາດໝາຍທາງດ້ານເສດຖະກິດມະຫາພາກຂອງ ນວ ຈໍານວນໜຶ່ງແມ່ນບັນລຸຄາດໝາຍ ແລະ ມີບາງອັນລື່ນຄາດໝາຍ ການພັດທະນາຂອງ ນວ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ສາມາດປະຄັບປະຄອງເສດຖະກິດບໍ່ໃຫ້ຕົກຢູ່ໃນສະພາບຫຍຸ້ງຍາກກວ່ານີ້ ແລະ ຍັງສາມາດຮັບປະກັນໃຫ້ສະພາບແວດລ້ອມ ແລະ ເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການພັດທະນາ ນວ ໄດ້ກັບເຂົ້າສູ່ສະພາບເກືອບປົກກະຕິ ແລະ ຄ່ອຍໆດີຂຶ້ນເທື່ອລະກ້າວ.
ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນເຊັ່ນ: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຂອງ ນວ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດສອບປະຈໍາພາກກາງ ບົດລາຍງານ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານປະຈໍາປີ 2021 ຂອງ ນວ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດກາລັດ ນວ; ບົດລາຍງານຜົນການກວດກາຕາມຜົນການກວດສອບປະຈໍາປີ 2018 ຮັບຟັງການລາຍງານການຈັດຕັ້ງປະຕິບັດ 2ວາລະແຫ່ງຊາດຄື ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປະຈໍາປີ 2022 ຢູ່ ນວ; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈໍາປີ 2022.; ພິຈາລະນາ ແລະ ຮັບຮອງເອົາ ນິຕິກໍາໃຕ້ກົດໝາຍຂອງ ນວ 2 ສະບັບຄື ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດມາດຕະການສ້າງ ນວ ສະອາດ (ສ.ສະອາດ) ຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານຂອງ ນວ;
ຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນໃສ່ຮ່າງລັດຖະບັນຍັດຂອງປະທານປະເທດ 2 ສະບັບຄື ຮ່າງລັດຖະບັນຍັດຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍນະຄອນຫຼວງ ຮ່າງລັດຖະບັນຍັດຂອງປະທານປະເທດວ່າດ້ວຍອາກອນຕົວເມືອງ (City Tax) ຮັບຟັງການລາຍງານຂອງອົງການປົກຄອງກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາໃຕ້ກົດໝາຍທີ່ ສປ ນວ; ໄດ້ຮັບຮອງເອົາ 2 ສະບັບ ຄື ຂໍ້ຕົກລົງວ່າດ້ວຍການສ້າງ ນວ ສີຂຽວ (ສ.ສີຂຽວ) ຂໍ້ຕົກລົງວ່າດ້ວຍ ນວ ສະຫງົບສຸກ (ສ.ສະຫງົບ) (ໃນນັ້ນລວມທັງການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ການຮັກສາຄວາມປອດໄພຕາມທ້ອງຖະໜົນທົ່ວ ນວ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນ ນວ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສານປະຊາຊົນພາກກາງ ແລະ ສານປະຊາຊົນ ນວ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງ ສປ ນວ ຊຸດທີ II ຮັບຟັງບົດປະກອບຄໍາເຫັນຂອງອົງການແນວລາວສ້າງຊາດ ນວ ຕໍ່ການເຄື່ອນໄຫວວຽກງານຂອງ ສປ ນວ; ພິຈາລະນາໃຫ້ຄະແນນປະເມີນຜົນຕໍ່ການປະຕິບັດໜ້າທີີ່ຂອງບຸກຄະລາກອນທີ່ ສປ ນວ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.
ນອກຈາກນີ້, ຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາພົ້ນເດັ່ນທີ່ ສສຊ ແລະ ສສ ນວ ຍົກຂຶ້ນ ຫຼື ຊັກຖາມ ຈາກອົງການປົກຄອງ ສານປະຊາຊົນ ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ.
ຂ່າວ-ພາບ: ສັນຕິ