ວັນທີ 10 ມັງກອນ 2023 ນີ້, ກະຊວງແຜນການ ແລະ ການລົງທຶນ (ຜທ) ແລະ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ຄັ້ງທີ 16 ຂຶ້ນ ຢູ່ກະຊວງ ຜທ, ໂດຍໄດ້ຮັບການຮ່ວມມືຈາກສະພາອຸດສາຫະກໍາ ແລະ ການຄ້າຍີ່ປຸ່ນ ປະຈໍາ ສປປ ລາວ (JCCIL),
ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍານະຄອນຫລວງວຽງຈັນ (JETRO), ອົງການຮ່ວມມືສາກົນ ຍີ່ປຸ່ນ ປະຈໍາລາວ (JICA), ຫ້ອງການທະນາຄານຮ່ວມມືສາກົນ ປະຈໍາບາງກອກ (JBIC) ແລະ ອົງການການເງິນສາກົນ ປະຈໍາລາວ (IFC). ໂດຍເຂົ້າຮ່ວມຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງ ຜທ ແລະ ທ່ານ ໂຄບາຢາຊິ ເຄນອິຈິ
ເອກອັກຄະລາຊະທູດຍີ່ປຸ່ນ ປະ ຈໍາ ສປປ ລາວ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມໃນຫ້ອງປະຊຸມ ແລະ ເຂົ້າຮ່ວມຜ່ານລະບົບທາງໄກ (Virtual Meeting).
ເພື່ອສົ່ງເສີມການລົງທຶນຂອງສອງປະເທດລາວ-ຍີ່ປຸ່ນ ໃນການປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ພ້ອມທັງຮັບການສະເໜີຂອງບັນດານັກລົງທຶນຍີ່ປຸ່ນທີ່
ດໍາເນີນທຸລະກິດຢູ່ໃນ ສປປ ລາວ. ກອງປະຊຸມໃນແຕ່ລະຄັ້ງແມ່ນໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ພາກລັດ ກໍຄືຂະແໜງການກ່ຽວຂ້ອງໄດ້ທົບທວນຄືນບັນດານິຕິກໍາ,
ລະບຽບການ ລວມເຖິງການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນ ໂດຍສະເພາະການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດຢູ່ ສປປ ລາວ ໃຫ້ນັບມື້ນັບດີຂຶ້ນ.
ໃນການປຶກສາຫາລືກັນຄັ້ງນີ້ແມ່ນເນັ້ນໃສ່ 3 ຫົວຂໍ້ສຳຄັນຄື:ການສຶກສາກ່ຽວກັບການສົ່ງເສີມ ແລະ ຈັດຕັ້ງປະຕິບັດນະໂຍບາຍການເຊື່ອມຈອດ (Land link) ຂອງ ສປປ ລາວ.
ການປັບປຸງການອໍານວຍຄວາມສະດວກລະບົບແຈ້ງປະຕູດຽວແຫ່ງຊາດ (National Single window-LNSW) ແລະ AEO System.ການປັບປຸງຂໍ້ກໍານົດວ່າດ້ວຍຂັ້ນຕອນການອອກໃບອະນຸຍາດຫ້ອງການຜູ້ຕາງໜ້າ.