ນັກກິລາທີມຊາດລາວ ຈະເລີ່ມຝຶກຊ້ອມໃນໄວໆນີ້ ເພື່ອແຂ່ງຂັນກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໃນເດືອນພຶດສະພາທີ່ຈະມາເຖິງນີ້.
ໃນນັ້ນຈະປະກອບດ້ວຍບັນດາຄະນະນັກກິລາທີ່ຍາດໄດ້ຫຼຽນໄຊໃນງານກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງໃນເດືອນທັນວາຜ່ານມາ. ສຳລັບນັກກິລາຈະສືບຕໍ່ຝຶກຊ້ອມຢູ່ຄ້າຍຕ່າງໆໃນນະຄອນຫຼວງວຽງຈັນ ເພື່ອແຂ່ງຂັນແລະຍາດຫຼຽນໄຊໃນງານກິລາຊີເກມ.
ໃນການກະກຽມຄວາມພ້ອມເພື່ອລຸຍການແຂ່ງຂັນຊີເກມ ຄັ້ງນີ້ ທາງສະຫະພັນກິລາລາວກໍໄດ້ຕັ້ງໃຈດຶງດູດຄູຝຶກທີ່ມີສີມືດີ ແລະ ວິຊາສະເພາະທັງຄົນລາວ ແລະ ຕ່າງປະເທດມາຊ່ວຍກະກຽມນັກກິລາເຂົ້າຮ່ວມງານກິລາຊີເກມ. ນອກຈາກນີ້ ທາງຄະນະກຳມະການໂອລິມປິກແຫ່ງຊາດລາວ ຍັງຈະສະໜັບສະໜູນກິດຈະກຳເຫຼົ່ານີ້ ແລະ ສະໜອງອຸປະກອນກິລາເພື່ອຊ່ວຍເຫຼືອໃນການຝຶກຊ້ອມຂອງນັກກິລາ ເພື່ອໃຫ້ນັກກິລາມີຄວາມພ້ອມທີ່ສຸດໃນການເຂົ້າຊິງໄຊໃນການແຂ່ງຂັນກິລາຊີເກມຄັ້ງນີ້.
ໃນງານມະຫາກຳກິລາຊີເກມທີ່ຜ່ານມາ ຫຼື ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໃນເດືອນພຶດສະພາ 2022. ສປປ ລາວ ຍາດມາໄດ້ 2 ຫຼຽນຄຳ, 7 ຫຼຽນເງິນ ແລະ 25 ຫຼຽນທອງ.