ໄລຍະດຳເນີນກອງປະຊຸມສະພາ 20 ວັນ ມີປະຊາຊົນສົ່ງຄຳຄິດເຫັນຜ່ານໂທລະສັບສາຍດ່ວນ 156 ຫຼາຍກວ່າ 610 ສາຍ 331 ເລື່ອງທ່ານ ນາງ ປິງຄໍາ ລາຊະສິມມາ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ທັງເປັນຫົວໜ້າກອງເລຂານຸການຂອງກອງປະຊຸມ ກ່າວໃນພິທີຖະແຫຼງຂ່າວຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງ
ສະພາແຫ່ງຊາດ ຊຸດທີ IX ວ່າ: ກອງປະຊຸມໄຂຂຶ້ນໃນຕອນເຊົ້າຂອງວັນຈັນ, ວັນທີ 5 ທັນວາ ແລະ ໄດ້ດໍາເນີນມາເຖິງຕອນບ່າຍຂອງວັນສຸກ ວັນທີ 30 ທັນວາ 2022 ໄດ້ຮັບຜົນສໍາເລັດຢ່າງຈົບງາມ ຊຶ່ງໄດ້ໃຊ້ເວລາດໍາເນີນກອງປະຊຸມທັງໝົດ 20 ວັນ.
ທ່ານກ່າວວ່າ: ໃນໄລຍະດຳເນີນກອງປະຊຸມ ມີປະຊາຊົນບັນດາເຜົ່າສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ຫຼາຍກວ່າ 610 ສາຍ 331 ເລື່ອງ ທີ່ພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຕໍ່ກັບຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທລະສັບ
ສາຍດ່ວນດັ່ງກ່າວ ກອງເລຂານຸການກອງປະຊຸມໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບບັນດາພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.ເນື້ອໃນຈາກບົດຖະແຫຼງຂ່າວຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX