ຄົນເກີດວັນອາທິດ:ການງານຈະມີການໂຍກຍ້າຍຕຳແໜ່ງງານໄປສູ່ສິ່ງທີ່ດີຂື້ນ ການເງິນຈະມີລາຍຈ່າຍກ່ຽວກັບການປິ່ນປົວສຸຂະພາບຫຼາບຂື້ນ ຄວາມຮັກຈະໄດ້ພົບທີ່ອາຍຸຫຼາຍກວ່າ ມີຖານະເຂົ້າມາສ້າງສາຍສຳພັນທີ່ດີ ເຄື່ອງມຸງຄຸນແຫວນເພັດ ສີມຸງຄຸນສີຂາວ ເລກນຳໂຊກ1
ຄົນເກີດວັນຈັນ:ການງານວຽກງານທີ່ກ່ຽວກັບບໍລິການຈະໄດ້ຮັບຜົນກຳໄລທີ່ດີ ການເງິນມີໂອກາດໄດ້ເອົາເງິນເກັບທີ່ມີອອກມາໃຊ້ຈ່າຍຄ່າປິ່ນປົວສຸຂະພາບ ຄວາມຮັກສະເໜ່ແຮງ ຈະມີຄົນເຂົ້າມາໃຫ້ເຈົ້າໄດ້ເລືອກສ້າງສາຍສຳພັນຫຼາຍກວ່າໜຶ່ງຄົນ ເຄື່ອງມຸງຄຸນ ແຫວນຄຳ ສີມຸງຄຸນສີເຫຼືອງ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານການຄ້າຂາຍເຄື່ອງບຳລຸງຜິວພັນຈະໄດ້ຮັບຜົນສຳເລັດທີ່ດີ ການເງິນຈະໄດ້ມີຍາດພີ່ນ້ອງເຂົ້າມາຢືມເງິນ ຄວາມຮັກ ສົມຫວັງ ແລະ ມີຄວາມສຸກກັບຄວາມຮັກທີ່ດີໃນຕອນນີ້ ເຄື່ອງມຸງຄຸນ ຫິນນຳໂຊກສີບົວ ສີມຸງຄຸນສີບົວເຂັ້ມ ເລກນຳໂຊກ7
ຄົນເກີດວັນພຸດ:ການງານຈະມີການປ່ຽນແປງ ຫຼື ໂຍກຍ້າຍຕຳແໜ່ງງານເຊິ່ງຈະນຳມາສູ່ສິ່ງທີ່ດີຂື້ນ ການເງິນຕ້ອງໄດ້ມີການປະຢັດອົດອອມ ເພາະລາຍຈ່າຍຊ່ວງນີ້ຂ້ອນຂ້າງຫຼາຍ ຄວາມຮັກອາດຈະຕົກຫຼຸມຮັກກັບຄົນທີ່ຢູ່ທາງໄກແບບບໍ່ຮູ້ໂຕ ເຄື່ອງມຸງຄຸນ ສາຍຄໍຄຳ ສີມຸງຄຸນສີຟ້າເຂັ້ມ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານມີໂອກາດຈະໄດ້ເດີນທາງ ຕິດຕໍ່ປະສານງານກັບຄົນຕ່າງປະເທດ ການເງິນມີກິນມີໃຊ້ ບໍ່ຕິດຂັດ ແຕ່ລາຍຈ່າຍຈະຫຼາຍເປັນພິເສດ ຄວາມຮັກລະວັງເລື່ອງການສື່ສານ ເພາະອາດຈະເຮັດໃຫ້ເກີດບັນຫາເຂົ້າໃຈຜິດກັນໄດ້ ເຄື່ອງມຸງຄຸນມໍລະກົດ ສີມຸງຄຸນສີດຳ ເລກນຳໂຊກ4
ຄົນເກີດວັນສຸກ:ການງານ ລອງເປີດໃຈເຮັດສິ່ງໃໝ່ໆເພື່ອການພັດທະນາໄປໃນທາງທີ່ດີໃນໜ້າວຽກ ການເງິນມີໂອກາດຕິດຂັດເພາະດ້ວຍລາຍຈ່າຍທີ່ຫຼາຍ ແຕ່ກໍໄດ້ຮັບເງິນກ້ອນຈາກການສ່ຽງໂຊກ ຄວາມຮັກຈະມີຄົນຜິວສອງສີ ອາຍຸຫຼາຍກວ່າເຂົ້າມາອຸປະຖຳດູແລ ເຄື່ອງມຸງຄຸນຕ່າງຫູ່ສີຟ້າອ່ອນ ສີມຸງຄຸນສີນ້ຳຕານ ເລກນຳໂຊກ2
ຄົນເກີດວັນເສົາ:ການງານຈະມີບັນຫາເລື່ອງການສື່ສານກັນກັບຄົນທີ່ເຮັດວຽກ ອາດຈະເຮັດໃຫ້ຜົນຂອງວຽກອອກມາບໍ່ດີເທົ່າທີ່ຄວນ ການເງິນຈະໄດ້ຮັບຂອງຂວັນຈາກຄົນໃນຄອບຄົວທີ່ເດີນທາງມາໄກ ຄວາມຮັກຈະໄດ້ພົບຄົນຮັກເກົ່າ ເຂົ້າມາຂໍທວນຄືນຄວາມສຳພັນ ເຄື່ອງມຸງຄຸນ ແຫວນເພັດສີເຫຼືອງ ສີມຸງຄຸນສີສົ້ມ ເລກນຳໂຊກ8