ລົງຕິດຕາມ, ກວດກາການຈໍາໜ່າຍສິນຄ້າປະເພດ ກະຕ໋າຂອງຂວັນ ຢູ່ພາຍໃນເທດສະບານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.ໃນວັນທີ 23/12/2022 ເຈົ້າຫນ້າທີ່ກວດກາການຄ້າເເຂວງ ລົງຕິດຕາມ, ກວດກາການຈໍາຫນ່າຍສິນຄ້າປອມແປງ, ຫລອກຮຽນແບບ, ເສື່ອມຄຸນ ໂດຍສະເພາະຢູ່ໃນກະຕ໋າຂອງຂວັນ ຢູ່ຕາມຮ້ານຄ້າຕ່າງໆ ພາຍໃນ
ເທດສະບານເມືອງຫ້ວຍຊາຍ ສາມາດກວດກາໄດ້ທັງຫມົດ 38 ຫົວໜ່ວຍ ພ້ອມທັງຊຸກຍູ້, ແນະນໍາຜູ້ປະກອບການ, ຮ້ານຄ້າຕ່າງໆໃຫ້ຕິດປ້າຍລາຄາສິນຄ້າ ແລະ ຈໍາໜ່າຍສິນຄ້າເປັນສະກຸນເງິນກີບ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.
ພົບເຫັນມີການຈໍາໜ່າຍສິນຄ້າປອມແປງ, ຫລອກຮຽນແບບ, ເສື່ອມຄຸນ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງ ໂທແຈ້ງສາຍດ່ວນ: ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ 1510 ຫລື 59127300, 54554210.
ຍັງພົບເຫັນ ສິນຄ້າປອມແປງ ເສື່ອມຄຸນໃນກະຕ່າຂອງຂັວນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ຍັງພົບເຫັນ ສິນຄ້າປອມແປງ ເສື່ອມຄຸນໃນກະຕ່າຂອງຂັວນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ຍັງພົບເຫັນ ສິນຄ້າປອມແປງ ເສື່ອມຄຸນໃນກະຕ່າຂອງຂັວນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ພາບ,ຂ່າວ: ຂະແໜງການຄ້າພາຍໃນ.