ນະຄອນຫຼວງ ຊະນະເຈົ້າພາບຊຽງຂວາງ ຈາກດວນຈຸດໂທດ 3-1 ຄວ້າຫຼຽນຄຳ ເຕະບານຍິງ ໃນຊຽງຂວາງເກມໃນວັນທີ 20 ທັນວາ 2022 ເປັນການແຂ່ງຂັນຮອບຊີງຊະນະເລີດເຕະບານຍິງ ຊຽງຂວາງເກມ ທີ່ສະໜາມກິລາໄຊຊະນະ ເປັນການໂຄຈອນມາພົບກັນອີກ ລະຫວ່າງ ຊຽງຂວາງ ກັບ ນະຄອນຫຼວງ
ຜົນການແຂ່ງຂັນປາກົດວ່າ ໃນເວລາປົກກະຕິ ແລະ ຕໍ່ເວລາພິເສດ ທັງ 2 ທີມບໍ່ສາມາດຍິງປະຕູກັນໄດ້ ສະເໝີກັນ 0-0 ປະຕູ ເຮັດໃຫ້ຕ້ອງຫາຜູ້ຊະນະ ດ້ວຍການດວນຈຸດໂທດ ແລະ ເປັນ ນະຄອນຫຼວງ ທີ່ແມ້ນກວ່າ ເປັນຝ່າຍເອົາຊະນະໄປ 3-1 ປະຕູ.
ສົ່ງຜົນໃຫ້ ນະຄອນຫຼວງ ຄວ້າຫຼຽນຄໍາໄປຄອງ ໃນການແຂ່ງບານເຕະຍິງ ຊຽງຂວາງເກມ 2022, ສ່ວນເຈົ້າພາບ ຄວ້າຫຼຽນເງິນ ແລະ ຫຼວງພະບາງ ຄວ້າຫຼຽນທອງ.
ນະຄອນຫຼວງ ຊະນະເຈົ້າພາບຊຽງຂວາງ ຈາກດວນຈຸດໂທດ 3-1 ຄວ້າຫຼຽນຄຳ ເຕະບານຍິງ ໃນຊຽງຂວາງເກມ

ຂ່າວ: ຄ.ຄົນທໍາມະດາ
ພາບ: ສີວອນ ຈັນມາລີ