ຈາກກໍລະນີ ເກີດອຸບັດຕິເຫດໃນການແຂ່ງຂັນກິລາລົດຖີບທີ່ຊຽງຂວາງເກມ.ວັນທີ 19 ທັນວາ 2022 ໃນລະຫວ່າງການແຂ່ງຂັນກິລາລົດຖີບຊຽງຂວາງເກມ ໂດຍນະຄອນຫຼວງ
ແລະ ຄຳມ່ວນ ທີ່ໄດ້ໃກ້ເຂົ້າເສັ້ນໄຊ ແຕ່ເກີດອຸບັດຕິເຫດ ລົດຖີບເກາະກັນຈົນລົ້ມກ່ອນ ຫຼັງຈາກນັ້ນນັກກິລາຈາກນະຄອນຫຼວງກໍໄດ້ພະຍູງໂຕຂຶ້ນ ແລ້ວຈູງເອົາລົດຖີບເຂົ້າເສັ້ນໄຊໃນທີ່ສຸດ.
ຈາກອຸບັດຕິເຫດດັ່ງກ່າວ ບັນດາສັງຄົມອອນລາຍໄດ້ຕັ້ງຂໍ້ສັງເກດວ່າ ໃນຂະນະທີ່ລົດຖີບທັງ 2 ໄດ້ລົ້ມ ແຕ່ມີບຸກຄົນໜຶ່ງໄດ້ເຂົ້າມາຫ້າມບໍ່ໃຫ້ຊ່ວຍຕົວແທນນັກກິລາຈາກແຂວງຄຳມ່ວນ ເຊິ່ງເຮັດໃຫ້ຕົວແທນນັກກິລາຈາກນະຄອນຫຼວງໄດ້ຈູງເອົາລົດຖີບເຂົ້າເສັ້ນໄຊໄດ້.ແລະບັນດາສັງຄົມອອນລາຍ ຍັງສົງໄສຕື່ມອີກວ່າ “ນີ້ເປັນອຸບັດຕິເຫດ ຫຼື ຄວາມຕັ້ງໃຈ”?
ກໍາລັງເປັນກະແສ ອຸບັດຕິເຫດ ຫຼືແນວໃດ ເຫດໃນການແຂ່ງຂັນກິລາລົດຖີບທີ່ຊຽງຂວາງເກມ
ກໍາລັງເປັນກະແສ ອຸບັດຕິເຫດ ຫຼືແນວໃດ ເຫດໃນການແຂ່ງຂັນກິລາລົດຖີບທີ່ຊຽງຂວາງເກມ
ກໍາລັງເປັນກະແສ ອຸບັດຕິເຫດ ຫຼືແນວໃດ ເຫດໃນການແຂ່ງຂັນກິລາລົດຖີບທີ່ຊຽງຂວາງເກມ
ພາບ: Lao Sports Media