ສາເຫດທີ່ພາໃຫ້ເງິນກີບອ່ອນຄ່າລົງ ຄວນເພີ່ມທະວີໃນການແກ້ໄຂ

    0
    125

    ປັດຈຸບັນ, ການຄຸ້ມຄອງເງິນຕາຕ່າງປະເທດ ຂອງທຸກພາກສ່ວນກ່ຽວຂ້ອງ ຍັງບໍ່ທັນກົມກຽວ ແລະ ຮັດກຸມ ສົ່ງຜົນໃຫ້ມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດຈາກການສົ່ງອອກ ແລະ ເງິນລົງທຶນຈາກຕ່າງປະເທດຈຳນວນຫຼາຍ ຍັງບໍ່ທັນເຂົ້າມາປະເທດຜ່ານລະບົບທະນາຄານຕາມລະບຽບການ ເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນ ເຊິ່ງໄດ້ສ້າງຄວາມບໍ່ສົມດູນກັນລະຫວ່າງຄວາມຕ້ອງການ ແລະ ຄວາມສາມາດສະໜອງເງິນຕາຕ່າງປະເທດ ແລະ ກາຍເປັນປັດໄຈຕົ້ນຕໍທີ່ພາໃຫ້ເງິນກີບທຽບເງິນໂດລາອ່ອນຄ່າ 19,44% ແລະ ເງິນກີບທຽບເງິນບາດອ່ອນຄ່າ 18,02% ຮອດທ້າຍເດືອນກັນຍາ; ການອ່ອນຄ່າຂອງເງິນກີບ ຍັງສົ່ງຜົນກະທົບເຮັດໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນ ຮອດລະດັບສອງຕົວເລກ ນັບແຕ່ເດືອນພຶດສະພາ ເປັນຕົ້ນມາ ແລະ ຄາດວ່າຈະມີທ່າອ່ຽງເພີ່ມຂຶ້ນ.

    ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ:

    ໃນໄລຍະ 9 ເດືອນຕົ້ນປີ 2022, ທະນາຄານແຫ່ງ ສປປ ລາວ ສາມາດບັນລຸໄດ້ຄາດໝາຍດ້ານເງິນຕາຈຳນວນໜຶ່ງ ແຕ່ຍັງມີບາງຄາດໝາຍທີ່ຍັງບໍ່ສາມາດບັນລຸໄດ້ ຄື: ອັດຕາເງິນເຟີ້ສະເລ່ຍ 9 ເດືອນຕົ້ນປີ ຢູ່ໃນລະດັບ 17,73% ແລະ ຄາດວ່າສະເລ່ຍໝົດປີ 2022 ຈະຢູ່ໃນລະດັບ 22% ເກີນມະຕິສະພາແຫ່ງຊາດ ທີ່ກຳນົດສະເລ່ຍໝົດປີຢູ່ໃນລະດັບບໍ່ເກີນ 5%.

    ອັດຕາແລກປ່ຽນສະເລ່ຍ 9 ເດືອນຕົ້ນປີ 2022 ທຽບໃສ່ທ້າຍປີ 2021 ເງິນກີບທຽບເງິນໂດລາອ່ອນຄ່າ 19,44% ແລະ ເງິນກີບທຽບເງິນບາດອ່ອນຄ່າ 18,02% ແລະ ຄາດວ່າສະເລ່ຍໝົດປີຈະອ່ອນຄ່າ ຢູ່ໃນລະດັບໃກ້ຄຽງກັບ 9 ເດືອນຕົ້ນປີ 2022, ຂະນະທີ່ ມະຕິສະພາແຫ່ງຊາດ ສະເລ່ຍໝົດປີອ່ອນຄ່າ ຫຼື ແຂງຄ່າບໍ່ເກີນ 5% ທຽບໃສ່ປີຜ່ານມາ.

    ສາເຫດຫຼັກພາໃຫ້ເງິນກີບອ່ອນຄ່າ ແລະ ອັດຕາເງິນເຟີ້ເພີ່ມຂຶ້ນສູງ ເກີດຈາກ 2 ປັດໄຈ ຄື:

    ປັດໄຈພາຍນອກ: ເກີດຈາກການແຂງຄ່າແຮງຂອງເງິນໂດລາ ຢູ່ຕະຫຼາດສາກົນ ທີ່ໄດ້ຮັບຜົນຈາກການປັບຂຶ້ນຂອງອັດຕາດອກເບ້ຍ ອ້າງອີງຂອງທະນາຄານກາງ ສ ອາເມລິກາ; ລາຄານໍ້າມັນດິບ ໃນຕະຫຼາດໂລກ ໄດ້ເພີ່ມຂຶ້ນສູງເຖິງ 52% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສົມທົບກັບ ຕ່ອງໂສ້ການຜະລິດບໍ່ທັນເປັນປົກກະຕິ ຫຼັງການແພ່ລະບາດໂຄວິດ-19 ໄດ້ພາໃຫ້ລາຄາສິນຄ້າໃນພາກພື້ນ ແລະ ສາກົນ ເພີ່ມຂຶ້ນສູງ ລວມທັງປະເທດຄູ່ຄ້າຫຼັກຂອງ ສປປ ລາວ, ໃນຂະນະທີ່ ສປປ ລາວ ເປັນປະເທດນຳເຂົ້າສຸດທິ ເຮັດໃຫ້ໄດ້ຮັບຜົນກະທົບໃນຮູບແບບເງິນເຟີ້ສາກົນ ສົ່ງຜົນມາສູ່ເງິນເຟີ້ພາຍໃນ.

    ປັດໄຈພາຍໃນ: ເຖິງແມ່ນວ່າ ໃນໄລຍະສອງປີຜ່ານມາ, ການສົ່ງອອກໄດ້ມີທ່າອ່ຽງເພີ່ມຂຶ້ນຫຼາຍ, ດຸນຊໍາລະປົກກະຕິເກີນດຸນເລັກໜ້ອຍ ແຕ່ກໍຍັງບໍ່ທັນສາມາດຮັບປະກັນໄດ້ການຊຳລະກັບຕ່າງປະເທດຂອງ ສປປ ລາວ ຍ້ອນຖານະຂາດດຸນໃນການຊໍາລະກັບຕ່າງປະເທດ ແລະ ຂາດດຸນງົບປະມານຂອງລັດຖະບານ ໄດ້ມີການສະສົມຕໍ່ເນື່ອງມາຫຼາຍປີ, ການຄຸ້ມຄອງເງິນຕາຕ່າງປະເທດ ໃນທຸລະກໍາການສົ່ງອອກໄປຕ່າງປະເທດ ແລະ ການລົງທຶນຈາກຕ່າງປະເທດ ແລະ ແຫຼ່ງອື່ນຍັງບໍ່ທັນຮັດກຸມ ຍ້ອນກົນໄກປະສານງານ ແລະ ການແລກປ່ຽນຂໍ້ມູນລະຫວ່າງບັນດາກະຊວງ ຍັງບໍ່ທັນເຊື່ອມຈອດກັນ.

    ສະເພາະ 9 ເດືອນຕົ້ນປີ 2022, ເຖິງແມ່ນວ່າຕົວເລກມູນຄ່າດຸນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດຸນຢູ່ໃນລະດັບເກືອບ 657,01 ລ້ານໂດລາ. ໃນນີ້, ມີພຽງແຕ່ 36,4% ຂອງມູນຄ່າການສົ່ງອອກເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ, ໃນຂະນະທີ່ 87,79% ຂອງມູນຄ່າການນໍາເຂົ້ານັ້ນ ແມ່ນໄດ້ມີການໂອນອອກຜ່ານລະບົບທະນາຄານ, ເຮັດໃຫ້ພວກເຮົາໄດ້ປະເຊີນກັບ ສະພາບການມີກະແສເງິນອອກປະເທດຜ່ານລະບົບທະນາຄານ ຫຼາຍກວ່າມີກະແສເງິນເຂົ້າປະເທດຜ່ານລະບົບທະນາຄານໃນລະດັບທີ່ສູງ.

    ທັງໝົດໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດ ສາມາດເກັບຊື້ເງິນຕາຕ່າງປະເທດໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ສົມທົບກັບ ຄວາມຕ້ອງການເງິນຕາຕ່າງປະເທດຍັງມີສູງ ເພື່ອຮອງຮັບລາຄາສິນຄ້ານຳເຂົ້າທີ່ເພີ້ມຂຶ້ນ, ພາກລັດ ແລະ ເອກະຊົນຢູ່ໃນໄລຍະຊໍາລະຄືນຕົ້ນທຶນ ແລະ ດອກເບ້ຍ ໃຫ້ກັບເຈົ້າໜີ້ຕ່າງປະເທດ ເຮັດໃຫ້ອັດຕາແລກປ່ຽນອ່ອນຄ່າ (ໃນໄລຍະ 9 ເດືອນຕົ້ນປີ 2022 ທຽບກັບປີ 2021 ອ່ອນຄ່າ 27,28% ສຳລັບກີບທຽບໂດລາ ແລະ ອ່ອນຄ່າ 20,13% ສຳລັບກີບທຽບບາດ), ສົ່ງຜົນກະທົບໃຫ້ລາຄາຂອງກຸ່ມສິນຄ້ານຳເຂົ້າ ທີ່ກວມເອົາກວ່າເຄິ່ງໜຶ່ງຂອງລາຍການສິນຄ້າ ເພື່ອຄິດໄລ່ເງິນເຟີ້ ເພີ່ມຂຶ້ນ 43,93% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

    ການຄຸ້ມຄອງການແລກປ່ຽນເງິນຕາ ຍັງບໍ່ທັນເປັນລະບົບທີ່ຮັດກຸ່ມເທົ່າທີ່ຄວນ, ການຕິດຕາມກວດກາ ບໍ່ທັນທົ່ວເຖິງ ແລະ ຕໍ່ເນື່ອງ, ການດຳເນີນມາດຕະການແກ້ໄຂຍັງບໍ່ທັນກັບສະພາບ; ການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາ ສະຖາບັນການເງິນ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດ ຍັງເຮັດບໍ່ທັນໄດ້ເລິກເຊິ່ງເຖິງຖອງ ແລະ ທົ່ວເຖິງເທົ່າທີ່ຄວນ, ທະນາຄານທຸລະກິດບາງແຫ່ງ ຍັງມີຄວາມຫຍຸ້ງຍາກໃນການປະຕິບັດລະບຽບວ່າດ້ວຍ ຄວາມໝັ້ນຄົງ, ຈັນຍາບັນຂອງພະນັກງານໃນຂະແໜງທະນາຄານຈຳນວນໜຶ່ງ ຍັງບໍ່ສູງເທົ່າທີ່ຄວນເຮັດ ໃຫ້ຍັງເກີດມີຫຼາຍປະກົດການຫຍໍ້ທໍ້ໃນຂະແໜງທະນາຄານ ເປັນຕົ້ນແມ່ນ: ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ທີ່ໄດ້ຮັບອະນຸຍາດຈຳນວນບໍ່ໜ້ອຍ ໄດ້ມີການກໍານົດອັດຕາແລກປ່ຽນເງິນຕາບໍ່ສອດຄ່ອງກັບລະບຽບການກ່ຽວຂ້ອງ ແຕ່ການປະຕິບັດມາດຕະການແກ້ໄຂຍັງບໍ່ທັນສະພາບ ແລະ ບໍ່ທັນສົມຄູ່ກັບຄວາມຜິດເທົ່າທີ່ ຄວນ.

    ຂະນະທີ່, ແຜນເງິນຕາໃນປີ 2023 ທະນາຄານແຫ່ງ ສປປ ລາວ ຈະວາງຄາດໝາຍດ້ວຍການຄວບຄຸມອັດຕາເງິນເຟີ້ ສະເລ່ຍໝົດປີໃຫ້ຢູ່ໃນລະດັບບໍ່ເກີນ 9%, ຄຸ້ມຄອງໃຫ້ອັດຕາແລກປ່ຽນເໜັງຕີງສອດຄ່ອງກັບ ລະດັບຄຸນນະພາບທາງດ້ານເສດຖະກິດ-ເງິນຕາ ແລະ ບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້, ຄວບຄຸມປະລິມານເງິນ M2 ໃຫ້ຂະຫຍາຍຕົວບໍ່ເກີນ 26% ທຽບໃສ່ປີຜ່ານມາ, ສ້າງຄວາມເຂັ້ມແຂງຄັງສຳຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນຳເຂົ້າໄດ້ບໍ່ຫຼຸດ 3 ເດືອນ, ຊຸກຍູ້ທະນາຄານທຸລະກິດສືບຕໍ່ລະດົມເງິນຝາກ ໃຫ້ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດບັນລຸໄດ້ 8,5% ຂອງ GDP, ຊຸກຍູ້ໃຫ້ທະນາຄານທຸລະກິດ ປ່ອຍສິນເຊື່ອໃຫ້ໂຄງການທີ່ມີປະສິດທິຜົນ ໂດຍສຸມໃສ່ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກເປັນບູລິມະສິດ, ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຮັດໃຫ້ຍອດເຫຼືອສິນເຊື່ອຂອງຂະແໜງການທະນາຄານບັນລຸໄດ້ 65% ຂອງ GDP, ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຂອງທະນາຄານທຸລະກິດ ໃຫ້ຢູ່ໃນລະດັບບໍ່ເກີນ 3%.

    ເພື່ອໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້ນັ້ນ, ທະນາຄານແຫ່ງ ສປປ ລາວ ຈະສຸມໃສ່ຈັດຕັ້ງປະຕິບັດ ດ້ວຍການດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ໃນທິດທາງທີ່ຮັດກຸມກວ່າເກົ່າ ໂດຍຖືເອົາການຮັກສາສະຖຽນລະພາບດ້ານເງິນຕາ-ສະຖຽນລະພາບດ້ານລາຄາເປັນຫຼັກ, ຄຸ້ມຄອງການແລກປ່ຽນເງິນຕາໃຫ້ໄປຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ຢ່າງມີປະສິດທິຜົນ, ສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາຕ່າງປະເທດ, ສ້າງຄວາມເຂັ້ມແຂງໃຫ້ ລະບົບສະຖາບັນການເງິນ ສ້າງຄວາມເຊື່ອໝັ້ນຕໍ່ລະບົບທະນາຄານ ເພື່ອຮັບປະກັນປະສິດທິຜົນໃນການຈັດຕັ້ງປະຕິບັດບັນດານະໂຍບາຍຕ່າງໆ, ພັດທະນາລະບົບຊໍາລະໃຫ້ທັນສະໄໝ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເງິນ-ເງິນຕາ, ສ້າງຄວາມເຂັ້ມແຂງໃຫ້ວຽກງານຕະຫຼາດທຶນ, ປັບປຸງນິຕິກໍາໃຫ້ເຂັ້ມແຂງ ແລະ ເສີມຂະຫຍາຍການຮ່ວມມືກັບສາກົນໃຫ້ສູງຂຶ້ນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.