ທັບນັກກິລາບານບ້ວງ ນະຄອນຫຼວງວຽງຈັນ ຄວ້າຫຼຽນຄຳ ເປັນສະໄໝທີ 3 ໃນການແຂ່ງຂັນບານບ້ວງຊາຍ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ.
ການແຂ່ງຂັນບານບ້ວງຊາຍ ຊຽງຂວາງ ເກມ ນັດຊີງອັນດັບທີ 3 ແລະ ຊີງຫຼຽນຄຳ ທັງທີມຍິງ ແລະ ທີມຊາຍ ໄດ້ມີຂຶ້ນໃນວັນທີ 7 ທັນວາ 2022 ພາຍຫຼັງດຳເນີນການ
ແຂ່ງຂັນມາແຕ່ວັນທີ 1 ທັນວາ ຜ່ານມາ ທີ່ສະໂມສອນກິລາໃນຮົ່ມຂອງແຂວງ ໃນເທດສະບານເມືອງແປກ. ການແຂ່ງຂັນກິລາ ບານບ້ວງຊາຍ ຊຽງຂວາງ ເກມ ມີການຊີງໄຊກັນທັງໝົດ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ. ສຳລັບທີມຊາຍ ມີ 5 ພາກສ່ວນເຂົ້າຮ່ວມ ປະກອບມີ: ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ,
ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ເຈົ້າພາບ ແຂວງຊຽງຂວາງ. ສ່ວນບານບ້ວງຍິງ ມີ 5 ພາກສ່ວນ ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ຈຳປາສັກ ແລະ ເຈົ້າພາບ ແຂວງຊຽງຂວາງ. ການແຂ່ງຂັນຂອງທີມຊາຍ ແລະ ທີມຍິງແມ່ນຈັດຄືກັນ, ໂດຍຈັດເປັນກຸ່ມດຽວແຂ່ງຂັນພົບກັນໝົດ
ແລ້ວຄັດເລືອກເອົາ 4 ທີມທີ່ດີທີ່ສຸດ ເຂົ້າຮອບຮອງຊະນະເລີດ ໂດຍເອົາອັນດັບທີ 1 ພົບກັບ ອັນດັບທີ 4 ແລະ ອັນດັບທີ 2 ພົບກັບ ອັນດັບທີ 3 ໃນຮອບຮອງຊະນະເລີດ ເພື່ອຫາທີມທີ່ຊະນະ ຜ່ານເຂົ້າຊີງຫຼຽນຄຳ.
ຜົນການແຂ່ງຂັນໃນຮອບຊີງຊະນະເລີດປະກົດວ່າ: ທີມຊາຍ ນະຄອນຫຼວງວຽງຈັນ ສາມາດເອົາຊະນະ ແຂວງຫຼວງພະບາງ ດ້ວຍຄະແນນ 75-65, ຄວ້າຫຼຽນຄຳ ໄປຄອງ ໃນການແຂ່ງຂັນບານບ້ວງຊາຍ ຊຽງຂວາງ ເກມ, ສ່ວນ ຫຼວງພະບາງ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງຕົກເປັນຂອງ ແຂວງສະຫວັນນະເຂດ.
ສຳລັບບານບ້ວງຍິງ ຄູ່ຊີງຊະນະເລີດ, ເຈົ້າພາບ ສ້າງຜົນງານເປັນຄັ້ງປະຫວັດສາດ ຊະນະ ຫຼວງພະບາງ 69-60 ຄະແນນ ຄວ້າຫຼຽນຄຳ ໄປຄອງ, ສ່ວນ ຫຼວງພະບາງ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງຕົກເປັນຂອງ ແຂວງຈຳປາສັກ.
ຂໍ້ມູນ: ສຶກສາ-ກິລາລາຍວັນ, ໂຮງຮຽນລຽວໂຕວ໌