ຄົນເກີດວັນອາທິດ:ການງານມີໂອກາດໄດ້ຮັບຫນ້າທີ່ຫຼືຕຳແໜ່ງໃໝ່ເຂົ້າມາໃນດ້ານການງານ ການເງິນມີໂອກາດໄດ້ຮັບເງິນກ້ອນໃຫຍ່ ຄວາມຮັກມີໂອກາດໄດ້ພົບຮັກກັບຄົນໄກ ຫຼື ອາດເປັນຄົນທີ່ເຂົ້າມາພົວພັນນໍາທ່ານໃນຊ່ວງນີ້ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ7
ຄົນເກີດວັນຈັນ:ການງານຜູ້ໃຫຍ່ຈະອຸປະຖຳຊ່ວຍເຫຼືອ ໃນເລື່ອງຂອງການເງິນໄດ້ເປັນຢ່າງດີ ການເງິນພົບເລື່ອງເສຍເງິນໂດຍບໍ່ທັນຕັ້ງໂຕ ຕ້ອງລະວັງເລື່ອງລາຍຈ່າຍ ຄວາມຮັກມື້ນີ້ຈະພົບຮັກກັບຄົນຜິວສອງສີ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ7
ຄົນເກີດວັນອັງຄານ:ການງານພົບເລື່ອງກົດດັນໃນການເຮັດວຽກງານໃນໜ້າທີ່ການງານ ການເງິນມີໂຊກຈາກການສ່ຽງໂຊກ ແຕ່ຕ້ອງໃຫ້ສ່ຽງພໍປະມານ ຄວາມຮັກພົບຄວາມສຳພັນບໍ່ຊັດເຈນຈາກຄົນຮັກ ເພາະຄົນຮັກບໍ່ຍອມທີ່ຈະສະແດງຕົວຕົນ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1
ຄົນເກີດວັນພຸດ:ການງານການເຈລະຈາທຸລະກິດຈະປະສົບຄວາມສຳເລັດ ການເງິນຈະເສຍເງິນຊື້ເຄື່ອງໃຊ້ໃໝ່ເຂົ້າມາແບບຈໍາເປັນ ຄວາມຮັກຄວາມສຳພັນຢູ່ໃນເກນດີ ແຕ່ຕ້ອງລະວັງຄໍາເວົ້າທີ່ຮຸນແຮງ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ4
ຄົນເກີດວັນພະຫັດ:ການງານການສ້າງຜົນງານໄດ້ໂດດເດັ່ນ ຈະເຮັດໃຫ້ທ່ານມີຄວາມສາມາດເພີ່ມຂຶ້ນ ການເງິນຈະມີໂຊກໃນເລື່ອງຂອງການເງິນ ຄວາມຮັກເລື່ອງຄວາມຮັກຈະເປັນອີກໜຶ່ງກ້າວທີ່ເຮັດໃຫ້ທ່ານມີຄວາມອົດທົນ ແລະ ກ້າຕໍ່ສູ້ກັບທຸກບັນຫາ ເຄື່ອງມຸງຄຸນ ຕຸ້ມຫູຄໍາ ສີມຸງຄຸນ ສີຂາວ ເລກນຳໂຊກ1
ຄົນເກີດວັນສຸກ:ການງານຄວນວາງແຜນຂະຫຍາຍທຸລະກິດໃຫ້ຮອບຄອບ ການເງິນປະສົບບັນຫາທາງການເງິນ, ອາດໃຊ້ເງິນເກີນຈໍານວນທີ່ຕັ້ງໄວ້ ຄວາມຮັກບໍ່ຄວນເປັນຄົນໃຈຮ້ອນ ແລະ ໃຊ້ຄໍາເວົ້າທີ່ຮຸນແຮງເພາະອາດເຮັດໃຫ້ຄວາມຮັກມີບັນຫາໄດ້ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີມ້ວງ ເລກນຳໂຊກ7
ຄົນເກີດວັນເສົາ:ການງານການທີ່ມີຄວາມຕັ້ງໃຈຢາກເຮັດທຸລະກິດຂອງຕົວເອງ ພ້ອມການເຮັດວຽກໄປນໍາຕ້ອງໃຊ້ຄວາມຮອບຄອບໃຫ້ຫຼາຍ ການເງິນ ມີຂ່າວດີທາງດ້ານການເງິນ ຈະມີຜູ້ໃຫຍ່ຊ່ວຍອຸປະຖໍາ ຄວາມຮັກພົບຮັກທີ່ດີມີຄວາມສຸກຄົບກັນແບບຜູ້ໃຫຍ່ ໃຊ້ເຫດຜົນໃນການສົນທະນາກັນຈະເປັນສິ່ງທີ່ດີ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຟ້າ
ເລກນຳໂຊກ2