ຄົນເກີດວັນອາທິດ:ການງານເຮັດທຸລະກິດຈະການຄ້າຂາຍຂອງແຟຊັ່ນເຄື່ອງປະດັບ ຫລື ເຮັດທຸລະກິດປະສົບຄວາມສຳເລັດໄດ້ດີ ການເງິນມີໂຊກຈະໄດ້ຮັບເງິນກ້ອນໃຫຍ່ເຂົ້າມາຄວາມຮັກມີໂອກາດພົບຮັກ ເກີດຄວາມສຸກສົມຫວັງໃນເລື່ອງຂອງຄົນຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ9
ຄົນເກີດວັນຈັນ:ການງານເຮັດທຸລະກິດຂາຍອາຫານເສີມ ຫລື ນ້ຳເພື່ອສຸຂະພາບຈະຂາຍດີຫລາຍ ການເງິນເກີດລາບຟູແບບບໍ່ຄາດຝັນເພາະໃນຊ່ວງນີ້ເປັນຊ່ວງດວງດີຂອງທ່ານ ຄວາມຮັກຈະເຂົ້າສູ່ສະຖານນະການຄວາມສຳພັນບໍ່ຊັດເຈນຕ້ອງລະວັງຄໍາເວົ້າໃຫ້ຫຼາຍ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກນຳໂຊກ4
ຄົນເກີດວັນອັງຄານ:ການງານເຮັດທຸລະກິດຈະການຄ້າທີ່ດິນຊ່ວງນີ້ຈະໄດ້ກຳໄລດີ ການເງິນຈະໄດ້ໂຊກຈາກຜູ້ໃຫຍ່ຊ່ວຍອຸປະຖໍາທາງດ້ານການເງິນ ຄວາມຮັກມີໂອກາດພົບຄົົນທີ່ມີສະເໜ່ເຂົ້າມາໃຫ້ຮູ້ສຶກດີ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ8
ຄົນເກີດວັນພຸດ:ການງານເຮັດທຸລະກິດເປີດຮ້ານຂາຍຂະໜົມຈະໄດ້ກຳໄລດີ ການເງິນມັກພົບເລື່ອງເສຍເງິນເລື້ອຍໆ ຕ້ອງລະວັງເລື່ອງລາຍຈ່າຍໃຫ້ຫຼາຍ ຄວາມຮັກມີໂອກາດພົບຮັກກັບຄົນຕ່າງອາຍຸ ອາດມາໃນຮູບແບບອ້າຍນ້ອງ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ2
ຄົນເກີດວັນພະຫັດ:ການງານເຮັດກິດຈະການທຸລະກິດສ່ວນຕົວຈະເຮັດໃຫ້ໄດ້ກຳໄລຫລາຍຂຶ້ນ ການເງິນໝຸນຫາເງິນໄດ້ເພີ່ມຂຶ້ນ ຖານະລ້ຳລວຍ ເພາະເປັນຊ່ວງນີ້ດວງດີຫຼາຍ
ຄວາມຮັກມີໂອກາດຈະຢູ່ໃນສະຖານນະການຮັກຊ້ອນເພາະຕ່າງຝ່າຍຕ່າງບໍ່ມີເວລາໃຫ້ກັນ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ 8
ຄົນເກີດວັນສຸກ:ການງານລະວັງຈະເກີດບັນຫາຂັດແຍ້ງກັບຫຸ້ນສ່ວນຜູ້ຮ່ວມງານ ການເງິນຢູ່ໃນເກນທີ່ດີຫລາຍແຕ່ການເງິນຊ່ວງນີ້ໃຊ້ຈ່າຍເກີນຕົວແຕ່ຕົ້ນເດືອນ ຄວາມຮັກມີໂອກາດພັດທະນາຄວາມສຳພັນກັບຄົນຮັກໄປໄດ້ດີ ແຕ່ຕ້ອງລະວັງການຜິດຖຽງກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ7
ຄົນເກີດວັນເສົາ:ການງານເຮັດວຽກແບບທຸລະກິດຫຼາຍເກີນໄປຈະເຮັດໃຫ້ທ່ານບໍ່ມີເວລາພັກຜ່ອນ ຕ້ອງລະວັງເລື່ອງຂອງສຸຂະພາບ ການເງິນລາຍຈ່າຍໄລຍະນີ້ຂ້ອນຂ້າງຄົງທີ່ເພາະທ່ານເປັນຄົນທີ່ເກັບເງິນເກັ່ງ ຄວາມຮັກເກີດບັນຫາຂັດແຍ້ງຄວາມສຳພັນແບບນ້ອຍໆ ກັບຄົນຮັກແຕ່ຕ້ອງຮັກສາຄວາມຮັກໃຫ້ໝັ້ນຄົງຈະດີກວ່າ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6