ງານຖະແຫຼ່ງຂ່າວ ກ່ຽວກັບການໄປແຂ່ງຂັນປະກວດ ຊາຍງາມ-ຍິງງາມ Miss and Mister Deaf Laos (MMDL) ຜູ້ທີ່ມີບົກຜ່ອງທາງການໄດ້ຍິນ (ຄົນພິການຫູ) ທີ່ກຸງເທບ ປະເທດໄທ ໄດ້ຈັດຂຶ້ນໃນວັນທີ 14 ພະຈິກນີ້ ທີ່ວິທະຍາໄລເຄວສ ແລະ ທິບວາລີ ນະຄອນຫຼວງວຽງຈັນ !
ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນມືແຫ່ງຄວາມຫວັງ ຫຼື Hands Of Hope ໄດ້ເວົ້າວ່າ: ການໄປແຂ່ງຂັນປະກວດຊາຍງາມ-ຍິງງາມ Miss and Mister Deaf Laos (MMDL) ຂອງຜູ້ບົກຜ່ອງທາງການໄດ້ຍິນ ຊຶ່ງເປັນຄັ້ງທໍາອິດຂອງຄົນພິການຂອງ ສປປ ລາວ ທີ່ໄດ້ມີສ່ວນຮ່ວມເຮັດກິດຈະກໍາ ການປະກວດຊາຍ
ງາມ-ຍິງງາມ ໃນການປະກວດໃນຄັ້ງນີ້ ຊຶ່ງຜູ້ທີ່ຈະໄປແຂ່ງຂັນມີ: ທ້າວ ໄຊສະໝອນ ມູນຊົມພູ ແລະ ນາງ ສາວິຕີ ຂັນທະວົງ ທີ່ເປັນຕົວແທນທົ່ວປະເທດລາວ.
ນາງ ນໍ້າຝົນ ລາກສົມບັດ ຈະເປັນຜູ້ຮັບຜິດຊອບທັງສອງຄົນໃນການເດີນທາງໄປປະກວດໃນຄັ້ງນີ້ ແລະ ອອກເດີນທາາງວັນທີ 27/11/2022 ຊຶ່ງວັນທີ 1/12/2022 ແລະ 3/12/2022 ເປັນມື້ແຂ່ງຂັນ.
ທ່ານສາມາດຕິດຕາມການແຂ່ງຂັນ ນີ້ໄດ້ຜ່ານທາງ: ເຟສບຸກເພຈ Miss and Mister Deaf ແລະຈົ່ງຊ່ວຍເປັນແຮງກໍາລັງໃຈໃຫ້ກັບນ້ອງທັງສອງຄົນ ນີ້ດ້ວຍ.
ຂ່າວ: ບຸນອຸ້ມ, ພາບ: ບຸນຕອມ
Cr. ໜັງສືພິມ ປະຊາຊົນ