ທີມຊາດກໍາປູເຈຍ ເໜືອ ທີມຊາດລາວ ຊະນະສະບາຍໆ 4-1 ໃນຊີເກມ

    0
    404

    ທີມຊາດລາວ ເສຍໃຫ້ກັບ ທີມຊາດກໍາປູເຈຍ 1-4 ໃນນັດທີ 2 ຂອງກຸ່ມ B ປະຈໍາການແຂ່ງຂັນບານເຕະຊາຍ ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ປະຈໍາວັນທີ 9 ພຶດສະພາ 2022.

    ນັດນີ້ ທີມຊາດກໍາປູເຈຍ ມາໂຫດອີຫຼີ່ກັບເກມບຸກທີ່ມີຄຸນນະພາບ ແລະ ສວນກັບໄວທີ່ຫາທີ່ຕິບໍ່ເຫັນ ໃຊ້ເວລາພຽງ 14 ນາທີໆ ກໍສາມາດໜີຫ່າງເປັນ 2-0 ຈາກການຍິງຂອງ Chanthea ນາທີໆ 4 ກັບ ຈັງຫວະ ສະກັດເຂົ້າປະຕູຕົວເອງຂອງ ອານັນຕາ, ສ່ວນໄລຍະເວລາທີ່ເຫຼືອທີມຊາດລາວ ກໍພະຍາມເປີດເກມບຸກຫຼາຍຄັ້ງ ແຕ່ກໍບໍ່ດີພໍທີ່ຈະເປັນປະຕູ ກ່ອນຈົບເຄິ່ງເວລາທໍາອິດ ກໍາປູເຈຍ ນໍາ 2-0.

    ສ່ວນເຄິ່ງເວລາທີ 2 ທີມຊາດລາວ ກໍາປູເຈຍ ໜີິຫ່າງໄປ 3-0 ຈາກການຍິງຂອງ Rina ນາທີໆ 63 ກ່ອນທີ່ ພູວຽງ ຈະມາຍິງປະຕູຕີໄຂ່ແຕກໃຫ້ກັບ ທີມຊາດລາວ ໄລ່ມາເປັນ 1-3 ແຕ່ອີກ 4 ນາທີຖັດມາ ກໍາປູເຈຍ ໜີິຫ່າງເປັນ 4-1 ຈາກການຍິງຂອງ Somoun ນາທີໆ 71 ກ່ອນຈົບການແຂ່ງຂັນ ກໍາປູເຈຍ ເອົາຊະນະໄປຂາດລອຍ 4-1.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.