ເຄົ້າລາງ ນໍ້າມັນບໍ່ພຽງພໍກັບຜູ້ໃຊ້ມີມາແຕ່ອາທິດຜ່ານມາ ຫຼັງຈາກມິຫຼາຍປໍ້າປິດ, ບາງປໍ້າ ເປີດກໍມີພຽງກາຊວນ ຫລື ບາງປໍ້າມີພຽງນໍ້າມັນແອັດຊັງ.
ຈົນຫຼ້າມາຮອດວັນຈັນທີ9 ພຶດສະພາ ມື້ເຂົ້າການທຳອິດຂອງອາທິດ ຜູ້ໃຊ້ລົດ ຕ້ອງພົບກັບຄວາມວຸ້ນວາຍ ເມື່ອຂີ່ລົດອອກຈາກເຮືອນເພື່ອໄປວຽກ ແຕ່ຫາໃສ່ນໍ້າມັນບໍ່ໄດ້ ເພາະຫຼາຍປໍ້າແມ່ນປິດ; ປໍ້າທີ່ເປີດ ຈິ່ງເກີດມີລົດແອອັດໃນການລຽນຄິວໄປໃສ່ນໍ້າມັນລົດ.
ຂະນະທີ່ສັງຄົມ ທີ່ກ່ອນໜ້ານັ້ນກັງວົນ ລາຄານໍ້າມັນຈະຖີບໂຕສູຂຶ້ນຫຼາຍນັ້ນ ຫັນມາກັງວົນທີ່ບໍ່ມີນໍ້າມັນໃສ່ຫຼາຍຂຶ້ນ.
ຂະນທີ່ລັດຖະບານ ກໍເລັ່ງຫາທາງແກ້ບັນຫານໍ້າມັນແພງ ໂດຍໃນກອງປະຊຸມລັດຖະບານສະໄຫມສາມັນເດືອນເມສາ ກໍໄດ້ມີທິດຊີ້ນຳໃຫ້ ຮີບຮ້ອນກໍານົດມາດຕະການທີ່ຈໍາເປັນໃນການແກ້ໄຂ ການເພີ່ມຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ລາຄາສິນຄ້າ ກໍຄືອັດຕາເງິນເຟີ້.
ຫຼ້າສຸດຄະນະປະຈໍາສະພາແຫ່ງຊາດ ໄດ້ອອກມະຕິເລກທິ103/ຄປຈ ລົງວັນທີ9 ພຶດສະພາ 2022 ວ່າດ້ວຍ ການຮັບຮອງມາດຕະການຮັກສາສະຖຽນລະພາບຂອງລາຄານ້ໍາມັນເຊື້ອໄຟໃນສະພາບລາຄານ້ໍາມັນເຊື້ອໄຟເຫນັງຕິງຂຶ້ນສູງ ໂດຍເຫັນດີຮັບຮອງເອົາມາດຕະການຮັກສາສະຖຽນລະພາບ ຂອງລາຄານ້ໍາມັນເຊື້ອໄຟ ໃນສະພາບລາຄານໍ້າມັນ ເຊື້ອໄຟເຫນັງຕີງຂຶ້ນໂດຍຫຼຸດອັດຕາອາກອນຊົມໃຊ້ນໍ້າມັນເຊື້ອໄຟ ຕາມການສະເຫນີຂອງລັດຖະບານ ດັ່ງນີ້:
ອັດຕາອາກອນຊົມໃຊ້ ເກັບຈາກນ້ໍາມັນກາຊວນ ປັບຈາກ 21% ມາເປັນ 11%; ອັດຕາອາກອນຊົມໃຊ້ ເກັບຈາກນ້ໍາມັນແອັດຊັງທໍາມະດາ ປັບຈາກ 31% ມາເປັນ 16%.
.