ດີໃຈນໍາພີ່ນ້ອງໃນແຂວງດັ່ງກ່າວ ມອບລົດບັນທຸກນໍ້າສະອາດໃຫ້ແກ່ 7 ແຂວງ

    0
    381

    ຖືວ່າເປັນຂ່າວດີ ແລະ ດີໃຈນໍາພີ່ນ້ອງໃນແຂວງດັ່ງກ່າວ. ໃນວັນທີ່ 6 ພຶດສະພາ 2022 ທີ່ ສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລົດຈຳນວນ 9 ຄັນ ໃຫ້7 ແຂວງ ໂດຍມີແຂວງຄື: 1.ແຂວງອຸດົມໄຊ 2. ແຂວງຫຼວງພະບາງ3. ແຂວງສະຫັວນນະເຂດ4. ແຂວງສາລະວັນ5.ແຂວງເຊກອງ6.ແຂວງຈຳປາສັກ7.ແຂວງໄຊສົມບູນ ແລະ ອີກ1ຄັນແມ່ນມອບໃຫ້ສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມກະຊວງສາທາລະນະສຸກ.

    ລົດດັ່ງກ່າວສາມາດບັນຈຸນໍ້າສະອາດໄດ້ 4.000 ລິດ ລວມມູນຄ່າທັງໜົດ 68.916.430. (ເຢັນ ຍີ່ປຸ່ນ) ຫົກສິບແປດລ້ານເກົ້າແສນສິບຫົກພັນສີ່ຮ້ອຍສາມສິບ ເຢັນ ຍີ່ປຸ່ນ. ທັງນີ້ກໍ່ເພື່ອນຳໃຊ້ໃຫ້ເປັນປະໂຫຍດເພື່ອກະກຽມຮັບມືໄພພິບັດທາງທຳມະຊາດ , ເພື່ອກະກຽມການແຈກຢາຍໃຫ້ປະຊາຊົນທີ່ກຳລັງຈະຂາດແຄນນໍ້າສະອາດ ແລະ ວຽກງານປ້ອງກັນ,ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19.

    ເຂົ້າຮ່ວມພິທີມອບ ໂດຍແມ່ນ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີ ຫ້ອງການກະຊວງສາທາລະນະສຸກ, ກົມ, ສູນ ແລະ ພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍພະແນກສາທາລະນະສຸກ 7 ແຂວງ ເຂົ້າຮ່ວມ.


    ສູນຂ່າວສານການແພດສຸຂະສຶກສາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.