ຫົວໃຈແຕກສະຫຼາຍ! ແມ່ຫຼົງນອນຫລັບທັບລູກນ້ອຍໄວ 2 ເດືອນ ດັບຄາທີ່

    0
    300

    ໃຈສະຫຼາຍ! ແມ່ຫຼົງນອນຫລັບທັບລູກນ້ອຍໄວ 2ເດືອນດັບຄາທີ່

    ເຫດການນີ້ເກີດຂຶ້້ນທີ່ປະເທດໄທ ເຈົ້າໜ້າທີ່ລົງກວດທີ່ເກີດເຫດພົບຮ່າງເດັກນ້ອຍເພດຍິງອາຍຸ 2ເດືອນ ນອນຢູ່ບ່ອນນອນ ກວດຕາມຮ່າງກາຍບໍ່ພົບບາດແຜຫຼືຮ່ອງຮອຍການຖືກທຳຮ້າຍ ໂດຍມີຜູ້ເປັນແມ່ຢູ່ໃນອາການທີ່ຊັອກນັ່ງເບິ່ງລູກສາວ

    ລະບຸກ່ອນເກີດເຫດແມ່ນລາວໄດ້ເອົານົມໃຫ້ລູກກິນຢູ່ແລ້ວຫຼົງນອນຫຼັບ ພໍຕື່ນຂຶ້ນມາລູກກໍ່ບໍ່ຫາຍໃຈແລ້ວ ດ້ານສາມີໃຫ້ການວ່າ ຫຼັງຈາກເລີກວຽກກັບມາຮອດຫ້ອງພັກ ເມຍບອກວ່າລູກບໍ່ຫາຍໃຈ

    ຕົນກໍ່ຮີບແລ່ນໄປເບິ່ງກໍ່ພົບວ່າລູກບໍ່ຫາຍໃຈແລ້ວ ຈຶ່ງໄດ້ໂທແຈ້ງໃຫ້ເຈົ້າໜ້າທີ່ມາຊ່ວຍເຫຼືອ ລູກບໍ່ຄ່ອຍແຂງແຮງດີປານໃດເນື່ອງຈາກເກີດກ່ອນກຳນົດ 1ເດືອນ

    ເບື້ອງຕົ້ນເຈົ້າໜ້າທີ່ຄາດ ເປັນຍ້ອນຂະນະທີ່ຜູ້ເປັນແມ່ໃຫ້ນົມລູກອາດຈະຫຼົງຫຼັບເຕັງຈົນເສຍຊີວິດ ຈາກນັ້ນສົ່ງຮ່າງໄປຊັນນະສູດຫາສາເຫດ ພ້ອມສອບສວນດຳເນີນການຕາມກົດໝາຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.