ຂ່າວດີ! ຄະນະປະຈຳສະພາແຫ່ງຊາດ ຕົກລົງ ຫຼຸດອັດຕາອາກອນຊົມໃຊ້ນ້ຳມັນເຊື້ອໄຟ

    0
    549

    ຂ່າວດີ! ຄະນະປະຈຳສະພາແຫ່ງຊາດ ຕົກລົງ ຫຼຸດອັດຕາອາກອນຊົມໃຊ້ນ້ຳມັນເຊື້ອໄຟ ມາດຕາ 1. ເຫັນດີຮັບຮອງເອົາມາດຕະການຮັກສາສະຖຽນລະພາບ ຂອງລາຄານ້ຳມັນເຊື້ອໄຟ ໃນສະພາບລາຄານ້ໍາມັນເຊື້ອໄຟເໜັງຕີງຂຶ້ນສູງ ໂດຍຫຼຸດອັດຕາອາກອນຊົມໃຊ້ນ້ຳມັນເຊື້ອໄຟ ຕາມການສະເໜີຂອງລັດຖະບານ ດັ່ງນີ້:

    1. ອັດຕາອາກອນຊົມໃຊ້ ເກັບຈາກນ້ຳມັນກາຊວນ ປັບຈາກ 21% ມາເປັນ 11%

    2. ອັດຕາອາກອນຊົມໃຊ້ ເກັບຈາກນ້ຳມັນແອັດຊັງທຳມະດາ ປັບຈາກ 31% ມາເປັນ 16%.

    ການປັບຫຼຸດອັດຕາອາກອນຊົມໃຊ້ຄັ້ງນີ້ ເປັນມາດຕະການຊົ່ວຄາວນຳໃຊ້ໃນໄລຍະ 3 ເດືອນ, ກໍລະນີລາຄານ້ຳມັນເຊື້ອໄຟ ຕະຫຼາດໂລກປັບຫຼຸດລົງ ໃຫ້ຍົກເລີກມາດຕະການຊົ່ວຄາວ ຕາມມະຕິສະບັບນີ້ ແລ້ວຫັນໄປປະຕິບັດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.