ນະຄອນຣາຊສີມາ ແມ່ຕູ້ອາຍຸ 82 ປີ ຊາວເມືອງໂຄຣາດ ຕໍ່ສູ້ເພື່ອຊີວິດ ຍູ້ລົດເຂັນຕາມເສັ້ນທາງໃນບ້ານ ເກືອບຢ່າງບໍ່ໄດ້
ແຕ່ແມ່ຕູ້ບໍ່່ເຄີຍທໍ້ຖອຍໃຈທີ່ບອກວ່າບໍ່ຢາກເປັນພາລະຂອງລູກ-ຫຼານ ແລະ ອອກເລາະຂາຍເຄື່ອງເຮັດໃຫ້ບໍ່ເຫງົາ ເພາະພົບຄົນຕະຫຼອດເວລາ
ແມ່ຕູ້ອາຍຸ 82 ປີ ຊາວໂຄຣາດສູ້ຊີວິດ ຍູ້ລົດເຂັນຂາຍຂອງໃນຫມູ່ບ້ານ ເຖິງວ່າລາວຍ່າງເກືອບບໍ່ໄດ້ ລາວບໍ່ທໍ້ຖອຍ ເບິ່ງໃນແງ່ດີບໍ່ຕ້ອງລົບກວນລູກຫລານ ແຖມຍັງໄດ້ພົບກັບເພື່ອນບ້ານ
“ແມ່ຕູ້ບວຍ ມຸ່ງຍຸດກາງ” ອາຍຸ 82 ປີ, ຄົນບ້ານ ດອນພົມສອນ ຫມູ່ທີ 11, ເມືອງ ໂນນສູງ, ແຂວງ ນະຄອນຣາຊສີມາ ໄດ້ຍ່າງຍູ້ລົດເຂັນ ຍ່າງໄປຕາມຖະໜົນຫົນທາງຂອງບ້ານ
ໂດຍພາຍໃນລົດເຂັນຂອງ “ແມ່ຕູ້ບວຍ” ຈະມີເຂົ້າຫນົມຫວານຕ່າງໆ ແລະ ອາຫານແຫ້ງ ເປັນຈຳນວນຫລາຍ ເປັນຈຳນວນຫລາຍ ແລະ ດ້ວຍໃຈຮັກມັກໃນການຂາຍ
ແລະ ການໄດ້ສົນທະນາກັບເພື່ອນບ້ານ ເຮັດໃຫ້ “ແມ່ຕູ້ບວຍ” ເປັນທີ່ຮັກແພງ ແລະເປັນທີ່ຮູ້ຈັກຂອງປະຊາຊົນທົ່ວໄປໃນບ້ານ
ໂດຍຈະມີຊາວບ້ານໃນເຂດນັ້ນມາສະໜັບສະໜູນ ແລະ ຊ່ວຍຊື້ເຄື່ອງຂອງແມ່ຕູ້ທຸກໆມື້
“ແມ່ຕູ້ບວຍ” ບອກວ່າ ສາເຫດທີ່ລາວອອກມາຍູ້ລົດເຂັນຂາຍເຄື່ອງແມ່ນຍ້ອນ ລາວມີອາຊີບຊື້ຂາຍມາຫລາຍປີແລ້ວ ໂດຍກ່ອນຫນ້ານີ້ ລາວໄດ້ເປີດຮ້ານຂາຍເຄື່ອງຢູ່ເຮືອນ ຫຼັງຈາກພໍ່ຕູ້ຜູ້ເປັນຜົວ ໄດ້ເສຍຊີວິດໄປ
ສະນັ້ນ ລາວຈຶ່ງອອກໄປຍ່າງຍູ້ລໍ້ຂາຍ ເພາະລາວບໍ່ຢາກຢູ່ເຮືອນຫລັາໆ ເຖິງແມ່ນວ່າລູກໆ ຂອງລາວເຄີຍຫ້າມລາວຍ່າງເລາະ ແຕ່ລາວຍັງຮັກໃນອາຊີບຂາຍເຄື່ອງຫຼາຍ
ເພາະຕົນຈະມີໂອກາດໄດ້ພົບກັບເພື່ອນບ້ານ ແລະ ໄດ້ເຮັດວຽກເພື່ອຫາເງິນດ້ວຍຕົນເອງ ເພາະລາວບໍ່ຢາກລົບກວນເງິນທອງຂອງລູກ
ໂດຍລາວມີລາຍຮັບຈາກການຍູ້ລົດໄປຂາຍເຄື່ອງ ສະເລ່ຍມື້ລະ 300-400 ບາດ ຖືວ່າເປັນລາຍຮັບທີ່ດີ ສໍາລັບຜູ້ສູງອາຍຸ