ພໍ່ກໍ່ລາໂລກ ແມ່ກໍ່ຖິ້ມໄປ ເດັກນ້ອຍ 10 ປີ ຕ້ອງໃຊ້ຊີວິດຕາມລຳພັງ 2 ປີ ໃນເຮືອນກາງປ່າ

    0
    354

    ຊີວິດຍັງບໍ່ຈົບ ກໍຕ້ອງສູ້ໄປຕາມວິຖີຂອງມະນຸດ ບໍ່ວ່າຈະປະເຊີນກັບຄວາມຫຍຸ້ງຍາກຫຼາຍປານໃດ ເຮົາຈະຕ້ອງຊອກຫາວິທີທີ່ຈະຜ່ານມັນໄປໃຫ້ໄດ້ຢູ່ດີ ຖ້າຊີວິດຂອງເຈົ້າບໍ່ດີແທ້ ກໍຄື​ຈະ​ປຽບ​ທຽບ​ກັບ​ເດັກ​ນ້ອຍ​ອາ​ຍຸ 10 ປີ​ຈາກ​ຫວຽດ​ນາມ​ໄດ້ຍາກ ທີ່​ເຂົາ​ໄດ້​ມີ​ຊີ​ວິດ​ຢູ່​

    ຄົນດຽວຕັ້ງແຕ່ອາຍຸຍັງນ້ອຍ, ເດັກຊາຍ Dang Van Khuyen ຜູ້ທີ່ດຳລົງຊີວິດຢູ່ເຮືອນຊົນນະບົດຫ່າງໄກສອກຫຼີກຢູ່ ຫວຽດນາມ, ລາວເສຍແມ່ໄປເມື່ອຕອນຍັງນ້ອຍ ຈົນໃນທີ່ສຸດລາວໄດ້ເຕີບໃຫຍ່ຂຶ້ນກັບແມ່ຕູ້

    ແລະ​ໄດ້​ອາ​ໄສ​ຢູ່​ສະ​ເຫມີ​ໃນ​ເຮືອນ​ທີ່​ເຮັດ​ດ້ວຍ​ໄມ້ຫລັງ​ນີ້​ ສ່ວນພໍ່ຂອງລາວແມ່ນຜູ້ຮັບເໝົາກໍ່ສ້າງ ຕ້ອງ​ໄປ​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ໃຫຍ່ ຕ້ອງ​ໄດ້​ມອບ​ໝາຍ​ໃຫ້​ແມ່​ຕູ້​ລ້ຽງ​ເດັກ​ຊາຍ​ Khuyen

    ເດັກນ້ອຍທີ່ຮຽນດີ ໄປໂຮງຮຽນບໍ່ເຄີຍຄາດ ໄດ້ຮັບເງິນໄປໂຮງຮຽນແລະຄ່າຮຽນຈາກພໍ່ ເຊິ່ງແນ່ນອນວ່າ ເປັນແຫຼ່ງລາຍຮັບຕົ້ນຕໍຂອງຄອບຄົວ ແຕ່ຫຼັງຈາກນັ້ນສິ່ງທີ່ບໍ່ຄາດຄິດໄດ້ເກີດຂຶ້ນເມື່ອແມ່ຕູ້ຂອງລາວເສຍຊີວິດ

    ຍ້ອນອາຍຸເຖົ້າແລ້ວ ເຮັດໃຫ້ລາວຕ້ອງຢູ່ຄົນດຽວແບບລຳພັງ ແລະ ​ບໍ່​ດົນ​ເດັກ​ຊາຍ​ກໍ​ໄດ້​ຍິນ​ຂ່າວ​ຮ້າຍທີ່ສຸດ ໃນຂະນະທີ່ຢູ່ໃນໂຮງຮຽນ ໄດ້ຮູ້ວ່າຜູ້ເປັນພໍ່ ຊີ​ວິດ​ຍ້ອນ​ອຸ​ປະ​ຕິ​ເຫດ​ໃນ​ລະ​ຫວ່າງ​ການ​ກໍ່​ສ້າງ​

    ຊີວິດທີ່ໂດດດ່ຽວຂອງເດັກຊາຍທີ່ບໍ່ມີໃຜໃນຄອບຄົວ ເຫຼືອຢູ່ ລາວຕ້ອງພະຍາຍາມຢູ່ລອດດ້ວຍຕົວເອງ ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ປານ​ໃດ​ກໍ​ຕາມ ເດັກຊາຍ Khuyen ຍັງ​ສາມາດ​ດູ​ແລ​ຕົນ​ເອງ​ໄດ້

    ໃນ​ທາງ​ໄປ​ໂຮງ​ຮຽນ​ບໍ່​ວ່າ​ຝົນຈະ​ຕົກ​ຫນັກ ​ແລະ ​ແດດຮ້ອນສຳໃດ​ ລາວຍັງໄປໂຮງຮຽນ ບໍ່ເຄີຍຂາດ ເຊິ່ງທາງໂຮງຮຽນເອງກໍໄດ້ຮັບຮູ້ເຖິງສະຖານະຂອງເດັກຊາຍ ດັ່ງນັ້ນ, ຈຶ່ງຍົກຄ່າຮຽນໃຫ້ເປັນກໍລະນີພິເສດກັບຊີວິດປົກກະຕິ

    ວັນຂອງເດັກຊາຍ Khuyenມັກຈະອອກໄປເກັບຜັກທີ່ຕົນປູກເອົາໄວ້ ແລ້ວອອກໄປຫາປ່າເພື່ອນຳມາເປັນອາຫານລ້ຽງຊີວິດ ໂດຍໜໍ່ໄມ້ຈະເປັນສ່ວນປະກອບຫຼັກທີ່ເດັກຊາຍກິນເປັນປະຈຳ ເຊິ່ງເພື່ອນບ້ານທີ່ຮູ້ເລື່ອງ

    ກໍໄດ້ເຂົ້າ​ມາ​ຊ່ວຍເຫລືອ​ເດັກ​ຜູ້​ຊາຍ​ຊ່ວຍ​ໃຫ້​ສະ​ບຽງ​ອາ​ຫານ​ ​ເພື່ອ​ໃຫ້​ເດັກ​ຊາຍ​ໄດ້​ມີ​ອາຫານ ​ໃນສວ່ນຂອງ​ໂຮງຮຽນ ​ແລະ ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກໍ​ວ່າງພໍ​ໃຈ ພະຍາຍາມຊອກຫາຄອບຄົວທີ່ພ້ອມທີ່ຈະຮັບລ້ຽງ

    ເດັກຊາຍ Khuyen ແຕ່ເຂົາຂໍປະຕິເສດ ຂໍ້ສະເໜີດັ່ງກ່າວ ຂໍ​ຢູ່​ຄົນ​ດຽວ​ຈະ​ສະດວກໃຈ​ກວ່າ ນອກ​ນີ້ ຄູ​ສອນກໍ​ໄດ້​ຊ່ວຍ​ເຫຼືອ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ເດີນທາງ​ໄປໃນຕົວ​ເມືອງ ​ຫລັ່ງ​ເຊີນ ​ເພື່ອ​ໄປ​ຮັບ​ສົບ

    ພໍ່​ກັບ​ຄືນ​ມາ​ຝັງ​ເຮືອນ ອົງ​ການ​ລັດ​ຖະ​ບານກໍ​ຊ່ວຍ​ໃນ​ພິ​ທີ​ຝັງ ໃຫ້ສໍາເລັດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.