ຕົ້ນທຶນຊີວິດຂອງເຮົານັ້ນຕ່າງກັນ ຫຼາຍໆຄົນຕ້ອງຝ່າຟັນອຸປະສັກ ນາໆ ເຖິງແມ່ນຈະເປັນເດັກກໍ່ຕ້ອງຊ່ວຍຄອບຄົວທຳມາຫາກິນລ້ຽງຊີບ ວັນພັກກໍ່ບໍ່ໄດ້ໄປຫຼິ້ນກັບໝູ່ເພື່ອນຄືຄົນອື່ນ ຢ່າງເດັກຊາຍຄົນນີ້ໄວ 13 ບໍ່ອາຍທຳກິນບໍ່ຫຍໍ້ທໍ້ຕໍ່ໂຊກຊະຕາ ຂີ່ລົດຖີບຂາຍເຂົ້າໜົມລ້ຽງແມ່ຊະລາ ເຖິງຄົນຈະຫົວຂວັນກໍ່ຕາມ
ນ້ອງອາຍຸ 13 ປີ ນ້ອງຂີ່ລົດຖີບມາຂໍບ່ອນຂາຍເຄື່ອງຂ້າງໆຮ້ານໜ້າໂຮງຮຽນ ດ້ວຍຄວາມທີ່ນ້ອງເກັ່ງຫຼາຍ ຕອນທຳອິດນ້ອງບວດເນນ ສຶກອອກມາມີເງິນ 4-5,000 ຢາກເຮັດວຽກ ສະໝັກຢູ່ໃສກໍ່ບໍ່ມີໃຜຮັບ ດ້ວຍເພາະອາຍຸພຽງ 13 ປີ ເລີຍຄິດຈະຂາຍເຄື່ອງ ມີເຂົ້າກຽບ ໄຂ່ຕົ້ມ ນັກເກັດ ມັນຝຣັ່ງ ມາຢ່າງລະຖາດນ້ອຍໆ ໂຮງຮຽນເລີກ ເດັກນັກຮຽນຢ່າງຜ່ານບາງຄົນກໍ່ຊ່ວຍຊື້
ບາງຄົນກໍ່ຫົວຂວັນ ແຕ່ນ້ອງເກັ່ງຫຼາຍ ຮ້ອງຂາຍຕະຫຼອດ ພໍເກັບຮ້ານຖາມວ່າຂາຍດີບໍ່ ນ້ອງບອກຂາຍດີຫຼາຍ ທັງໆທີ່ຂາຍບໍ່ໝົດ ເລີຍຖາມວ່າຂາຍໄດ້ເທົ່າໃດ ນ້ອງບອກ 180 ຫຼາຍບໍ່ອ້າຍ ເຮັດສີໜ້າແລດູແລ້ວດີໃຈຫຼາຍ ເຮົາຟັງແລ້ວນ້ຳຕາຕົກທັງສອງຂ້າງ
ເງິນ 180 ຄົງຫຼາຍສຸດໆສຸດຫຼັບນ້ອງເຂົາ ກັບບາງຄົນອາດແທບບໍ່ມີຄ່າເລີຍ ຖາມຕໍ່ວ່າເປັນຫຍັງຈຶ່ງບໍ່ຮຽນ ນ້ອງບອກວ່າແມ່ຈົນ ແມ່ບໍ່ມີເງິນ ຂ້ອຍຕ້ອງຊ່ວຍແມ່ ຕອນນີ້ແມ່ໄປຂາຍເຂົ້າກຽບ ແຍກກັນໄປ ອາໄສຢູ່ແຖວວັດລາດ ຂາກັບເລີຍໃຫ້ນົມໄປ2ແພັກ ໄຫວ້ແລ້ວໄຫວ້ອີກ
ຖາມໄປຟັງໄປ ເບິ່ງຕາໄປນ້ຳຕາເຮົາໄຫຼພາກ ເຮົາພົບບັນຫາໜ້ອຍດຽວເຮົາທໍ້ ເຮົາອາຍຸເທົ່າໃດແລ້ວ ນ້ອງອາຍຸ 13 ປີ ເຂົາຍັງສູ້ ເຮົາວ່າເຮົາທຸກແລ້ວ ຢ່າລືມວ່າຍັງມີອີກຫຼາຍຄົນທີ່ເຂົາທຸກກ່ວາ ຝາກໄວ້ເປັນກຳລັງໃຈໃຫ້ທຸກຄົນທີ່ກຳລັງພົບບັບຫາ ສູ້ກັບມັນ ຂ້າມຜ່ານມັນໄປໃຫ້ໄດ້