ອີກ 1 ສະຖານທີ່ຄວນໄປສໍາພັດ “ວັດຊຽງຄວນ” ປີ 2022 ມີຫຼາຍຢ່າງເພີ່ມໃໝ່ທີ່ໜ້າສົນໃຈ

    0
    266

    ວັດຊຽງຄວນ ຫລື ຫລາຍຄົນຮູ້ໃນຊື່ສູນວັດທະນະທຳຊຽງຄວນແມ່ນວັດທີ່ສ້າງຂື້ນມີແນວຄວາມຄິດຂອງການລວມເອົາສອງຄວາມເຊື່ອສາສາໜາພຸດແລະອິນດູເຂົ້າມາເປັນບົດທຳສັ່ງສອນຄົນທີ່ເຂົ້າມາວັດ,ຮູບປັ້ນໃນວັດແຫ່ງນີ້ ລວນແຕ່ສະແດງເຖິ່ງບາດບຸນຄຸນໂທດ ແລະ ນອກນັ້ນຍັງບອກເຖີງໂລກມສັງສາມໂລກຄື ສະຫວັດ,ໂລກມະນຸດ ແລະນາລົກ ບົດຄຳສອນເຫຼົ່ານີ້ມາຈາກໃນນະຍະນິຍາຍ ແລະ ຄຳສອນໃນສາສາໜາພຸດ.

    .


    ນອກຈາກສວນວັດທະນະທຳຊຽງຄວນແລ້ວ ຍັງມີສາລາແກ້ວກູ່ ທີ່ມີຄວາມຄາຍຄືກັນອິກແຫ່ງຫນຶ່ງ ແລະກໍ່ເປັນຜົນງານຂອງອາຈານຄົນດຽວກັນທີ່ສ້າງວັດຊຽງຄວນ ເຊີ່ງຢູ່ອີກພາກຟັງຂອງ ປະເທດໄທ ແຂວງຫນອງຄາຍ.

    .


    ສ້າງຂື້ນໂດຍພະອາຈານບຸນເຫຼຶອ ໃນປີ 1958, ການເດິນທາງໄປກໍ່ບໍ່ໄດ້ຍູ້ງຍາກ ຫ່າງຈາກນະຄອນຫລວງວຽງຈັນພຽງ 25 ກິໂລແມັດ ພ້ອມນັ້ນຍັງສາມາດເດີນທາງໄປດ້ວຍລົດເມຂຽວປະຈຳທາງນຳ ປັດຈຸບັນໄດ້ເຮັດທາງເຂົ້າ ແລະ ປະຕູໂຂງໃໝ່ ທີ່ງາມ ມີເອກກະລັກລາຍລາວ ແລະ ໄດ້ປັບປຸງມີຕູບ ຮ້ານຄ້າ ແລະ ຮ້ານອາຫານ ສວນດອກໄມ້ ແຄມນໍ້າ ທີ່ສວຍງາມ.


    ວັັດຊຽງຄວນ ຕັ້ງຢູ່ບ້ານ ຊຽງຄວນ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.