ສະບາຍດີທ່ານຜູ້ອ່ານທຸກທ່ານ ມື້ນີ້ຂໍນຳເລື່ອງລາວສູ້ຊີວິດມາຍ້ອນໃຫ້ຊົມກັນອີກຄັ້ງ ເຊິ່ງເປັນເລື່ອງລາວຂອງ ນ້ອງເອກ ອີກໜຶ່ງເຍົາວະຊົນຫົວໃຈສູ້ ດ້ວຍຄວາມທີ່ເຂົານັ້ນໃຊ້ຊີວິດຢູ່ພຽງຄົນດຽວ
ເຮັດໃຫ້ມີຄົນໃນລະແວກໃກ້ຄຽງປະສານຫາໜ່ວຍກ່ຽວຂ້ອງແລະເຂົ້າໄປໂອ້ລົມ ພົບວ່ານ້ອງເອກ
ຕ້ອງຫາທຶນສົ່ງຕົວເອງຮຽນໜັງສື ໂດຍການລີດເຄື່ອງໂຕລະ 1,000 ກີບ ເພື່ອມາໃຊ້ໃນຊີວິດ ປະຈຳວັນ
ພໍ່ແມ່ຂອງນ້ອງນັ້ນຈາກໄປດົນນານແລ້ວ ອີກທັງຍັງບໍ່ມີສົມບັດໃດໆເຫຼືອໄວ້ໃຫ້ເຮືອນ
ທີ່ເຂົາອາໄສ ເປັນການເຊົ່າເພື່ອຈະໄດ້ມີບ່ອນນອນໄປວັນໆ ຕ້ອງຫາທຸກຊ່ອງທາງເພື່ອຈະໄດ້ຢູ່ລອດ
ເຊິ່ງນ້ອງຈະໃຊ້ເວລາຫຼັງເລີກຮຽນຮັບເຮັດຫຼາຍຢ່າງ ບໍ່ວ່າຈະເປັນການລ້າງລົດ ຈຳໜ່າຍ
ຂອງອອນລາຍ ຫຼື ຫາກໃຜທີ່ຢາກໃຫ້ນ້ອງໄປເຮັດຫຍັງ ເຂົາພ້ອມເຮັດຢ່າງເຕັມທີ່ ຈາກການ
ບອກເລົ່າຂອງຊາວບ້ານແຖວນັ້ນ ທຸກຄົນບອກເປັນສຽງດຽວກັນວ່ານ້ອງເປັນຄົນດີ ແຕ່ກັບບໍ່ມີ
ພໍ່ແມ່ຕັ້ງແຕ່ຍັງນ້ອຍ ແຖມຍັງເຮັດວຽກທຸກມື້ ບໍ່ມີເວລາໄດ້ພັກ ນ້ອງເປັນຄົນຂະຫຍັນຫຼາຍ
ເຮັດໃຫ້ຄົນໃນຊຸມຊົນຕ່າງກໍ່ຮັກແລະເອັນດູ ນຳເຄື່ອງຈຳເປັນມາມອບໃຫ້ ຫຼື ຊ່ວຍເຫຼືອເທົ່າທີ່
ເຮັດໄດ້ຢ່າງຫຼວງຫຼາຍ ສ່ວນເລື່ອງອາຫານການກິນກໍ່ຈະມີຄົນເຂົ້າມາແບ່ງປັນໃຫ້ຢູ່ຕະຫຼອດ ໃນຊ່ວງທີ່
ແມ່ນ້ອງຈາກໄປທຳອິດ ເຈົ້າຕົວແທບຈະບໍ່ມີທຶນ ຕ້ອງໄປຂໍເພິ່ງພາເພື່ອນບ້ານ ໂດຍສະເພາະຫົວໜ້າ
ໝູ່ບ້ານກໍ່ໄດ້ໃຫ້ຢືມ ນຳມາເປັນຄ່າດູແລແມ່ອີກດ້ວຍ ນ້ອງບອກທຸກມື້ນີ້ເລີ່ມຊິນກັບການຢູ່ຄົນດຽວ
ໃນອະນາຄົດຢາກຮຽນຈົບໃຫ້ສູງໆ ຢາກເຮັດໃຫ້ພໍ່ແມ່ພູມໃຈ ເຖິງແມ່ນວ່າພວກເຂົາຈະບໍ່ຢູ່ແລ້ວກໍ່ຕາມ
ຫຼັງຈາກມີຂ່າວອອກໄປ ຕ່າງກໍ່ມີຄົນເຂົ້າໄປເບິ່ງພ້ອມກັບຊ່ວຍເຫຼືອທັງເລື່ອງທຶນການສຶກສາແລະອາຫານການກິນ