ແຂວງສະຫວັນນະເຂດ ເຄື່ອນຍ້າຍຄົນເຈັບ ແລະ ອຸປະກອນການເເພດ ອອກຈາກໂຮງໝໍສະໜາມຫຼັກ 9.

    0
    407

    ໃນປັດຈຸບັນນີ້ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ມີທ່າອ່ຽງຫຼຸດລົົງຫຼາຍເວົ້າສະເພາະພາຍໃນແຂວງສະຫວັນນະເຂດ ເພາະສະນັ້ນໃນວັນທີ 4 ພຶດສະພາ 2022 ຜ່ານມານີ້ ຫ້ອງ

    ວ່າການແຂວງ ແລະ ພະແນກສາທາລະນະສຸກແຂວງ ຮ່ວມກັບພາກສ່ວນອົງການຈັດຕັ້ງມະຫາຊົນພາຍໃນພະແນກ, ໂຮງໝໍແຂວງ ແລະ ວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດ ( ວສສ ) ຮ່ວມກັບເຄື່ອນຍ້າຍອຸປະກອນການເເພດ, ຄົນເຈັບ ແລະ ອຸປະກອນອຳນວຍຄວາມສະດວກຕ່າງໆ ທີ່ຢູໂຮງໝໍສະໜາມຫຼັກ9 ກັບຄືນໂຮງໝໍແຂວງ.

    ສຳລັບອັດຕາການສັກວັກຊິນກັນພະຍາດໂຄວິດ-19 ພາຍໃນແຂວງສະຫວັນນະເຂດ ເຊີ່ງເປີເຊັນການສັກເຂັມທີ 1 ແມ່ນເທົ່າກັບ 65% ເທົ່າກັບ 715.956 ຄົນ, ເປີເຊັນການສັກເຂັມທີ 2ເເມ່ນ

    ເທົ່າກັບ 54% ເທົ່າກັບ 592.005 ຄົນ. ຍ້ອນເຫດຜົນດັ່ງກ່າວ ຈຳນວນຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ກໍ່ບໍ່ມີອາການຮຸນແຮງ ແລະ ຄົນເຈັບທີ່ເຂົ້າຮັບການປີ່ນປົວຢູ່ໂຮງໝໍສະໜາມຫຼັກ 9 ກໍ່ຫຼຸດລົງຫຼາຍຈາກໃນເມື່ອກ່ອນ.

    ດັ່ງນັ້ນຄະນະສະເພາະກິດຂັ້ນແຂວງ ຈື່ງເຫັນດີເຄື່ອນຍ້າຍຄົນເຈັບທີ່ເຂົ້າມາປີ່ນປົວຢູ່ໂຮງໝໍສະໜາມຫຼັກ9 ຍ້າຍມາຢູ່ຕຶກໂຣກຊາ ໂຮງໝໍແຂວງສະຫວັນນະເຂດ ເພື່ອໃຫ້ເເທດເໝາະກັບສະພາບການໃນປັດຈຸບັນ ແລະ ຮັບປະກັນໄດ້ເຖິງມາດຕະການການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

    ຂໍ້ມູນ: ສາທາລະນະສຸກ ແຂວງສະຫວັນນະເຂດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.