ມື້ນີ້ມີເລື່່ອງລາວທີ່ເສົ້າໃຈ ຫລາຍຄັ້ງທີ່ຊີວິດຕ້ອງຕໍ່ສູ້ ເຮັດທຸກສິ່ງທຸກຢ່າງເພື່ອໃຫ້ມີກິນ ແຕ່ຖ້າສິ່ງທີ່ທ່ານພະຍາຍາມເຮັດໄປບໍ່ຄຸ້ມຄ່າ ສິ່ງທໍາອິດທີ່ຄຶດຮອດ ບ້ານແມ່ນຈຸດຫມາຍປາຍທາງທີ່ຈະພັກຜ່ອນຫົວໃຈຂອງເຮົາໃຫ້ເຮົາຟື້ນຕົວ ຄືພໍ່ຕູ້ອາຍຸສູງຄົນນີ້ ທີ່ຕັດສິນໃຈກັບຄືນບ້ານເກີດຂອງຕົນ ຫຼັງຈາກທີ່ໄດ້ຖືກເຈົ້ານາຍຕົວະຄ່າຈ້າງ
ບໍລິເວນເສັ້ນທາງ 304 ກະບິນບຸລີ-ນະຄອນລາດຊະສີມາ ຜ່ານເມືອງເກົ່າ ແຂວງ ປາຈີນບຸລີ ໄດ້ມີລາຍງານວ່າ ມີຊາຍພໍ່ຕູ້ຄົນໜຶ່ງທີ່ກຳລັງຈູງລົດຖີບເກົ່າ ຫອບຖຸງປຸ່ຍໃສ່ເສື້ອຜ້າ ແລະ ເຄື່ອງໃຊ້ຕ່າງໆ ຍ່າງຢູ່ຂ້າງຖະໜົນດ້ວຍຄວາມອິດເມື່ອຍ ແລະ ໝົດແຮງ ຕັ້ງໃຈຈະຂີ່ລົດຖີບກັບບ້ານຢູ່ ແຂວງ ຂອນແກ່ນ
ດ້ານແມ່ຄ້າຂາຍສາລີໃສ່ກະປ໋ອງຢູ່ແຄມທາງດັງກ່າວ ຊື່ ນາງ ເຈນຈິລາ ໄດ້ເປີດເຜີຍເລື່ອງດັ່ງກ່າວວ່າ ໃນຂະນະທີ່ລາວແລະຜົວຂອງນາງກໍາລັງອົບສາລີ ເຫັນພໍ່ຕູ້ທ່າທາງເມືອຍເຂົ້າມາພ້ອມຈູງລົດຖີບເຕັມໄປດ້ວຍທຸງໃສ່ເຄື່ອງ ຖາມວ່າມີເຂົ້າກິນບໍ່ຂໍພໍ່ຕູ້ກີນເຂົ້າແດ່ ພໍ່ຕູ້ບໍ່ມີເງີນຕິດຕົວ ຖືກນາຍຈ້າງບອກໃຫ້ມາລ້ຽງງົວຢູ່ນີ້ ແຕ່ບໍ່ໄດ້ເງິນຄ່າຈ້າງ
ເມື່ອຕົນຟັງແລ້ວກໍ່ຮູ້ສຶກເຫັນໃຈ ແຕ່ທີ່ຮ້ານບໍ່ໄດ້ຊື້ຂອງກິນໄຫວ ຈຶ່ງເອົາສາລີສຸກໃຫ້ 3 ຟັກ ໄວ້ໃຫ້ພໍ່ຕູ້ໄດ້ພໍປະທັງຊີວິດລົດຄວາມຫິວ ພ້ອມ ບອກວ່າຂ້ອຍໃຫ້ຟຣີບໍ່ເອົາເງິນພໍ່ຕູ້ເອົາໄປກິນລະວ່າງທາງເດີ ເຮັດໃຫ້ພໍ່ຕູ້ກ່າວຄຳຂອບໃຈທັງນ້ຳຕາ ນາງເຈນຈິລາ ຍັງບອກອີກວ່າເຫັນພໍ່ຕູ້ມານອນຢູ່ແຄມສາລາໄດ້ 2ມື້ແລ້ວ ແຕ່ອີດໜຶ່ງກໍຫາຍໄປ ຕອນນັ້ນບໍ່ໄດ້ເຂົ້າມາຂໍຫຍັງ ຈົນຮອດມື້ນີ້ຈຶ່ງໄດ້ຍ່າງມາຂໍເຂົ້າກິນຄິດວ່າພໍ່ຕູ້ຄືຊິຫິວເຂົ້າລາຍ
ສຸວັນພໍ່ຕູ້ ຄົນດັ່ງກ່າວ ຮູ້ຊື່ວ່າ ທ້າວວິໄຊ ອາຍຸ 60 ປີ ກ່າວວ່າຕົນເອງບໍ່ມີຄອບຄົວແຕ່ມີຍາດຕິພີ່ນ້ອງຢູ່ທີ່ຂອນແກ່ນ ແລະ ມີອາຊີບຮັບຈ້າງທົ່ວໄປ ມີເຖົ້າແກ່ມາບອກໃຫ້ເຮັດວຽກລ້ຽງງົວທີ່ ປາຈີນບຸລີ ແຕ່ກັບບໍ່ໃຫ້ເງິນແລະເອົາງົວໄປໄວ້ທີ່ອື່ນ
ບອກໃຫ້ນຳໄປເອົາເງິນທີ່ສີ່ແຍກ ກະບິນບູລີ ແຕ່ພໍຕົນເດີນທາງໄປຮອດກໍ່ບໍ່ເຫັນ ພໍ່ຕູ້ເລີຍຕັດສິນໃຈຈະກັບບ້ານ ແຕ່ບໍ່ຈື່ວ່າຍາດຕິພີ່ນ້ອງຢູ່ບ້ານໃດ ຈື່ໄດ້ແຕ່ພຽງວ່າຢູ່ຂອນແກ່ນ ແລະ ຄິດວ່າຄືຈະດີກວ່າຟື້ນຢູ່ຕໍ່ໃຫ້ເຂົາຕົວະໃຫ້ເຮັດວຽກຟຣີ ຄ່າແຮງກະບໍ່ຈ່າຍ ສຸດທ້າຍພໍ່ຕູ້ກໍກົ້ມໜ້າຈູງລົດຖີບມຸງໄປຕາມເສັນທາງກັບບ້ານຕໍ່ໄປ
ເລື່ອງລາວນີ້ຄືຈະຜ່ານຫູຜ່ານຕາຫລາຍທ່ານມາແລ້ວ ເຖິງແມ່ນວ່າຈະບໍ່ແມ່ນເລື່່ອງລາວໃໝ່ທີ່ເກີດຂຶ້ນ ສົດໆຮ້ອນຮ້ອນ ແຕ່ແນວໃດກໍເປັນເລື່ອງລາວທີ່ສະແດງໃຫ້ເຫັນວ່າໃນຂະນະທີ່ບາງຄົນຈອງຈະເອົາປຽບ ແລະ ເຫັນແກ່ຕົວ ແຕ່ກໍຍັງມີອີກຫຼາຍທ່ານທີ່ມີນ້ຳໃຈ ເຊັ່ນແມ່ຂາຍສາລີທີ່ໄດ້ຊ່ວຍເຫລືອພໍ່ຕູ້ ເຮົາຈຶ່ງໄດ້ນຳເລື່ອງນີ້ມາໃຫ້ເບິ່ງກັນອີກຄັ້ງແລະເປັນກຳລັງໃຈໃຫ້ພໍ່ຕູ້
ທີ່ມາ: matichon