ຕ້ອງບອກວ່ານີ້ເປັນນັກສະແດງເດັກອີກຄົນໜຶ່ງທີ່ຫຼາຍຄົນຄຸ້ນເຄີຍ ສຳລັບນ້ອງ ອິນເຕີ ຮຸ່ງລັດດາ ເພາະມີຜົນງານຫຼາຍຢ່າງໃຫ້ຕິດຕາມ
ບໍ່ວ່າຈະເປັນວຽກງານລະຄອນ ຫຼື ຜົນງານການເປັນພີເຊັນເຕີ້ກໍ່ຕາມ ເອີ້ນໄດ້ວ່າຕອນນີ້ງານລຸມ
ຫຼາຍກວ່າຄົນບັນເທີງລຸ້ນເອື້ອຍອ້າຍອີກ ເຊິ່ງທີ່ຜ່ານມາ ມີລະຄອນທີ່ມີຊື່ສຽງຫຼາຍເຊັ່ນ: ເມຍ 2018
ອາລຸນ 2019 ໄລລາ ທິດາຍັກ ແລະຍັງມີຊິດຄອມທີ່ມີຊື່ສຽງ ສຸພາບບຸລຸດສຸດຊອຍອອກມາໃຫ້ຕິດຕາມກັນໄດ້ຄືກັນ
ເວົ້າໄດ້ວ່າ ງານລຸມຈົນຖືກຕັ້ງໃຫ້ເປັນຊຸບເປີສະຕາຕົວນ້ອຍຕັ້ງແຕ່ອາຍຸ 7 ປີ
ສ່ວນຄ່າຕົວນັ້ນກໍ່ບໍ່ທຳມະດາ ເພາະກ່ອນໜ້ານີ້ມີການເປີດເຜີຍອອກມາວ່າຄ່າຕົວພີເຊັນເຕີ້ຂອງ ນ້ອງອິນເຕີ ຢູ່ທີ່ 7 ຫຼັກກັນເລີຍທີດຽວ
ແຖມຍັງມີເງິນເກັບຫຼັກລ້ານອີກ ເຊິ່ງກ່ອນໜ້ານີ້ຫຼັງຈາກທີ່ມາອອກລາຍການດັງ ນ້ອງອິນເຕີ ກໍ່ໄດ້ເປີດໃຈເລີຍວ່າ
ເງິນມີເທົ່າໃດແລ້ວກໍ່ບໍ່ຮູ້ ແຕ່ເງິນທີ່ໄດ້ຈາກການເຮັດວຽກແມ່ຈະເຂົ້າບັນຊີໃຫ້ ຈື່ບໍ່ໄດ້ວ່າມີເທົ່າໃດ ແຕ່ເຫັນມີສູນເກີນ 6 ຕົວ
ເຊິ່ງເງິນທັງໝົດແມ່ເປັນຄົນເກັບ ແຕ່ຈະບອກວ່າ ງານນີ້ນ້ອງອິນເຕີເຮັດວຽກໄດ້ເງິນຕັ້ງເທົ່ານີ້ເລີຍ
ບໍ່ໄດ້ເອົາອອກມາໃຊ້ ຈະນຳໄປເປັນທຶນການສຶກສາ ແລະເປັນຄ່າເທີມໃຫ້ນ້ອງຊາຍອີກດ້ວຍ
ໃນຂະນະທີ່ ແມ່ ນ້ອງອິນເຕີ ກໍ່ໄດ້ແຈງຄົນດຣາມ່າວ່າໃຊ້ແຮງງານລູກວ່າ…ເວລາເຂົາເຮັດວຽກ ຕັ້ງແຕ່ 8 ໂມງເຊົ້າ ເຖິງ 9 ໂມງຄ່ຳ
ເດັກໄວນີ້ບັງຄັບບໍ່ໄດ້ ແຕ່ເຂົາຢູ່ໄດ້ ເພາະເຂົາມີໃຈຢາກເຮັດເຂົາມີຄວາມສຸກໃນການເຮັດວຽກຢູ່ກັບເອື້ອຍອ້າຍ ເຫັນຜົນງານຕົວເອງ ເພາະສະນັ້ນຈຶ່ງບໍ່ມີການບັງຄັບລູກ
ແລະເຖິງຈະວຽກຫຼາຍເທົ່າໃດແຕ່ກໍ່ບໍ່ເຄີຍຖິ້ມການຮຽນເພາະການຮຽນເປັນສິ່ງສຳຄັນ ສ່ວນງານໃນວົງການບັນເທິງເປັນສິ່ງທີ່ນ້ອງອິນເຕີຮັກ ຈຶ່ງຕ້ອງເຮັດໄປພ້ອມກັນທັງສອງຢ່າງນັ້ນເອງ
ແລະເຖິງຈະມີງານຫຼາຍແທບທຸກມື້ ແຕ່ຜົນການຮຽນຂອງນ້ອງອິນເຕີກໍ່ດີມາໂດຍຕະຫຼອດກ່ອນໜ້ານີ້ຍັງເຄີຍອອກມາອວດເກດ 4.00 ໃຫ້ເອື້ອຍອ້າຍແຟນຄັບພູມໃຈດ້ວຍ ເຊິ່ງນອກຈາກຜົນການຮຽນຈະເປັນທີ່ໜ້າພໍໃຈແລ້ວ
ຍັງເປັນລູກທີ່ກະຕັນຍູຫຼາຍອີກດ້ວຍ ເພາະກ່ອນໜ້ານີ້ກໍ່ໄດ້ຊື້ລົດໃຫ້ກັບຄອບຄົວອີກດ້ວຍ ເອີ້ນໄດ້ວ່າ ງາມ ເກັ່ງ ຕັ້ງແຕ່ເດັກນ້ອຍເລີຍແທ້ໆ ສ່ວນອະນາຄົດນັ້ນກໍ່ຄົງຈະມີໂອກາດໄດ້ໂລດແລ່ນຢູ່ໃນວົງການບັນເທິງໄປອີກດົນນານເລີຍ