ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການກຽມຄວາມພ້ອມການອອກຈໍາໜ່າຍຮຸ້ນຄັ້ງທຳອິດ (IPO) ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວລະຫວ່າງ ສຄຄຊ, ຕລຊລ ແລະ ບໍລິສັດ ເປົ້າໝາຍຈົດທະບຽນ (ລັດວິສາຫະກິດລາວເດີນອາກາດ) ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2022, ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ.
ໂດຍໄດ້ມີການຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈຂຶ້ນ ລະຫວ່າງ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າສໍານັກງານ ຄຄຊ, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ແລະ ທ່ານ ສີວຽງທອງ ກອນນີວົງ ຜູ້ອຳນວຍການລັດວິສາຫະກິດລາວເດີນອາກາດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຜູ້ຊີ້ນຳວຽກງານຫຼັກຊັບ.
ພິທີລົງນາມໃນຄັ້ງນີ້ຈະຊ່ວຍໃຫ້ການຮ່ວມມືຂອງທັງສາມຝ່າຍມີຄວາມຮັດແໜ້ນ ແລະ ກົມກຽວຂຶ້ນໃນການຮ່ວມມືກັນສ້າງຄວາມເຂັ້ມແຂງໃຫ້ແກ່ບໍລິສັດເປົ້າໝາຍຈົດທະບຽນ ເພື່ອສາມາດສຳເລັດການກະກຽມຄວາມພ້ອມເພື່ອອອກຈຳໜ່າຍຮຸ້ນ ແລະ ເຂົ້າຈົດທະບຽນໃນ ຕລຊລ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເປັນອີກແຮງໜຶ່ງໃນການຂັບເຄື່ອນ ແລະ ເຮັດໃຫ້ຕະຫຼາດທຶນມີສີສັນຍິ່ງຂຶ້ນຕື່ມ.
ທີ່ມາ:Lao Securities Exchange