ລອດວຸດວິດ ຟ້າຜ່າລົງຫ້ອງນ້ຳໃນອາພັດເມັ້ນແຫ່ງໜຶ່ງກ່ອນມີຄົນມາຢູ່ພຽງ 1 ວັນ

    0
    255

    ປະກົດການທຳມະຊາດນີ້ເປັນເລື່ອງທີ່ຄາດເດົາໄດ້ຍາກ ແລະອັນຕະລາຍອີຫຼີ ທຸກຄົນແມ່ນຫຼີກບໍ່ໄດ້ເມື່ອຮອດເວລາຂອງມັນ ຫຼື ອາດເຮັດອັນໃດໜຶ່ງທີ່ຈະກະທົບຕໍ່ການເກີດເຫດການຟ້າຜ່າ ຫຼື ຢູ່ຜິດທີ່ຜິດເວລາກໍ່ສ່ຽງເຊັ່ນດຽວກັນ.

    ຢູ່ໃນສະຫະລັດອາເມລິກາເມື່ອວັນທີ 4 ພຶດສະພາຜ່ານມາ ໄດ້ເກີດເຫດຟ້າຜ່າຫ້ອງນ້ຳແຫ່ງໜຶ່ງຈົກຊັກໂຄກມຸ່ນອຸ້ຍປຸ້ຍ ເຊິ່ງປະກົດການຟ້າຜ່າມັກຫາສາເຫດກັນຍາກ ແຕ່ເຫດການນີ້ເກີດຂຶ້ນພຽງ 1 ວັນກ່ອນຄົນຍ້າຍມາຢູ່.

    ຂ່າວລາຍງານວ່າ ເຫດການຟ້າຜ່າດັ່ງກ່າວເກີດຂຶ້ນໃນອາພັດເມັ້ນແຫ່ງໜຶ່ງ ໃນລັດໂອຄາໂຮມາ ຂອງເມກາ ເຊິ່ງນັກດັບເພິງກ່າວວ່າ ຊັກໂຄກຖືກທຳລາຍເມື່ອສາຍໄຟຟ້າຟາດກະທົບຫຼັງຄາຂອງອາພັດທະເມັ້ນ ແລະທະລຸເຂົ້າໄປດ້ານໃນຂອງຫ້ອງພັກ.

    ຈາກປະກົດການຟ້າຜ່າຄັ້ງນີ້ມີຄົນໄດ້ຮັບບາດເຈັບເລັກນ້ອຍຈາກຫ້ອງຂ້າງໆຫ້ອງທີ່ເກີດເຫດເນື່ອງຈາກຢູ່ຕິດກັນ.

    ຂະນະທີ່ຟ້າໄດ້ຜ່າລົງມາໃນວັນທີ 4 ພຶດສະພາໃນຫ້ອງດັ່ງກ່າວທີ່ເປັນຫ້ອງວ່າງ ຄົນກຳລັງກຽມຍ້າຍເຂົ້າມາຢູ່ໃນວັນທີ 5 ກໍ່ຄື 1 ວັນຫຼັງເກີດເຫດ ເຊິ່ງຟ້າໄດ້ຜ່າລົງມາຕາມທໍ່ລະບາຍອາກາດເໜືອຫົວພຽງໜ້ອຍດຽວ ຍັງໂຊກດີທີ່ຄົນຍັງບໍ່ທັນມາຢູ່.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.