ຜູ້ຍິງທີ່ຫຼາຍຄົນອິດສາ ມູນາ ອັລ ຊາລູນີ ເປີດໂສມໜ້າສາມີ ເສດຖີໝື່ນລ້ານດູໄບ

    0
    444

    ເອີ້ນໄດ້ວ່າຫຼາຍຄົນໃນແວດວົງໄຮໂຊຄົງບໍ່ມີໃຜບໍ່ຮູ້ຈັກ ມູນາ ອັລ ຊາລູນີ ຫຼື ຊິນເດີເຣລລ່າດູໄບ ສາວໄທທີ່ພົບຮັກກັບນັກທຸລະກິດອະສັງຫາລິມະຊັບຂອງດູໄບ

    ອາເໝັດນູ ອັລ ຊາລູນີ ເຊິ່ງເຄີຍເປັນອະພິມະຫາເສດຖີຕິດອັນດັບ 1 ໃນ 5 ຂອງດູໄບ ແລະ ໃຊ້ຊີວິດດຸດເຈົ້າຍິງ

    ໃນອີກມຸມມູນາຍັງມີຄະລຶຫາດສະຕາຍອາຫຼັບໃນເມືອງໄທ ເພື່ອໃຊ້ສຳຫຼັບພັກຜ່ອນເມື່ອເດີນທາງເຮືອນ ໂດຍຄະລຶຫາດຫຼັງນີ້ຖືກຕົກແຕ່ງຢ່າງສວຍງາມ

    ແລະຫຼູຫຼາອະລັງການສຸດໆ ໂດຍຄະລຶຫາດຫຼັງນີ້ ໃນ 1 ປີ ມູນາຈະບິນກັບມາພັກ 1-2 ຄັ້ງ ເຊິ່ງຄະລຶຫາດຫຼັງນີ້ມູນາຕົກແຕ່ງເອງທັງໝົດ

    ໃຊ້ເຟີນິເຈີສັ່ງຈາກດູໄບ ແລະ ປະເທດຕ່າງໆ ຍຶດການຕົກແຕ່ງສະຕາຍອາຫຼັບໃກ້ຄຽງກັບເຮືອນຢູ່ດູໄບ ໂດຍຍັງໃຊ້ຂອງເກົ່າ ອາຍຸຫຼາຍຮ້ອຍປີມາຕົກແຕ່ງອີກດ້ວຍ

    ສ່ວນຊີວິດສ່ວນຕົວກໍ່ເຮັດໃຫ້ສາວໆຫຼາຍຄົນແບບອິດສາກັນ ເມື່ອໄດ້ເງິນເດືອນຕັ້ງແຕ່ຫຼັກລ້ານ ໄປຈົນເຖິງຫຼັກ 10 ລ້ານ ກັນເລີຍທີດຽວ

    ເປີດບໍລິສັດທົວຈົນໄດ້ພົບຮັກຄັ້ງໃໝ່ກັບເສດຖີຊາວດູໄບ ດ້ວຍຄວາມທີ່ເປັນຜູ້ຍິງທີ່ມີຄວາມຂະຫຍັນຂັນແຂງ ພ້ອມມີຫົວດ້ານການຄ້າທີ່ໄດ້ຮັບມາຈາກແມ່

    ມູນາ ອັລ ຊາລູນີ ຈຶ່ງເປີດບໍລິສັດທົວຮ່ວມກັບໝູ່ເພື່ອນ ເຊິ່ງກິດຈະການນີ້ກໍ່ເປັນໄປໄດ້ງາມ ມີລູກຄ້າເຂົ້າມາໃຊ້ບໍລິການທຸກລະດັບ

    ບໍ່ເວັ້ນກະທັ້ງເສດຖີໜຸ່ມຊາວດູໄບ ອາເໝັດນູ ອັລ ຊາລູນີ ທີ່ມາໃຊ້ບໍລິການທົວຂອງລາວຢູ່ຕະຫຼອດ ອີກທັງຍັງເດີນໜ້າຈີບລາວແບບເຕັມກຳລັງ

    ເຖິງວ່າມູນາຈະໄດ້ຍິນມາວ່າເສດຖີໜຸ່ມຊາວດູໄບຄົນນີ້ລ້ຳລວຍສ່ຳໃດ ແຕ່ລາວກໍ່ຍັງບໍ່ໄດ້ສົນໃຈຫຍັງຫຼາຍ

    ເສດຖີໜຸ່ມທຸ້ມສຸດຕົວ ສົ່ງເງິນສົດໃຫ້ 1 ລ້ານ ເພື່ອຊື້ລົດຫຼູ ຂະນະນັ້ນ ອາເໝັດນູ ອັລ ຊາລູນີ ຍັງຄົງຕ້ອງບິນໄປມາລະຫວ່າງໄທກັບດູໄບ

    ແຕ່ກໍ່ບໍ່ໄດ້ເຮັດໃຫ້ເຂົາລົດຄວາມພະຍາຍາມໃນການຈີບມູນາໄປໄດ້ເລີຍ ເຂົາທຸ້ມເທໂທລະສັບມາທີ່ເມືອງໄທ ຈົນໝົດເງິນຄ່າໂທ ໄປເຖິງເດືອນລະ 4 ແສນ

    ອີກທັງຍັງໂອນເງິນສົດມາໃຫ້ລາວກ່ວາ 1 ລ້ານ ເພື່ອຊື້ລົດຄັນໃໝ່ຂັບ ຈາກຄວາມພະຍາຍາມນານນັບປີທີ່ສະແດງຄວາມຈິງໃຈ

    ໃນທີ່ສຸດມູນາກໍ່ຕັດສິນໃຈ ແຕ່ງງານກັບເສດຖີໜຸ່ມເຈົ້າບຸນທຸ້ມ ແລ້ວປ່ຽນມານັບຖືສາສະໜາອິດສະລາມ ອີກທັງຍັງປ່ຽນຊື່ແທ້ຈາກ ປິຍະດາ ເປັນມູນາ ຕັ້ງແຕ່ນັ້ນມາ

    ຫຼັງຈາກແຕ່ງງານທີ່ເມືອງໄທມູນາແລະສາມີຍັງບໍ່ໄດ້ຍ້າຍໄປຢູ່ດູໄບໃນທັນທີ ຈົນກະທັ້ງມີລູກສາວ ແລະ ລູກຊາຍຈຶ່ງໄດ້ຍ້າຍຄອບຄົວໄປຢູ່ທີ່ດູໄບ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.