ອານາຈັກ ດາລາສາວ ມິນ ພີຊະຍາ ມະຫາເສດຖີແຫ່ງ ເມືອງຂອນແກ່ນ

    0
    436

    ສຳຫຼັບ ມິນ ພີຊະຍາ ເສດຖີ 1,000 ລ້ານ ແຫ່ງຂອນແກ່ນ ສາວມິນໄດ້ມີໂອກາດເປີດໃຫ້ຊົມ ອານາຈັກກ່ວາ 500 ລ້ານ ຂອງຄອບຄົວ

    ເຊິ່ງເປັນທຸລະກິດຂາຍວັດສະດຸກໍ່ສ້າງຕັ້ງແຕ່ງານນ້ອຍໄປຈົນເຖິງງານໃຫຍ່ພາຍໃຕ້ຊື່ “SCG Home Solution Maxhome”

    ຜົນປະກອບການແຕ່ລະປີທີ່ຜ່ານມາ ຖືວ່າບໍ່ທຳມະດາ ພ້ອມໄດ້ເລົ່າຊີວິດໃນໄວເດັກຂອງລາວ ທີ່ຕ້ອງຊ່ວຍທຸລະກິດຄອບຄົວ ເຊັ່ນ ຈະມານັ່ງກວດສະຕ໊ອກສິນຄ້າມີລາຍໄດ້ ພຽງມື້ລະ 10 ບາດ

    ໂດຍສາວມິນ ເປີດເຜີຍວ່າ ເວລາກັບເຮືອນ ຈະບໍ່ຄ່ອຍໄດ້ເຂົ້າມາຊ່ວຍຫຼາຍເທົ່າໃດ ໜ້າທີ່ຫຼັກໆ ຄືໃຫ້ກຳລັງໃຈແລະເປັນພີເຊັນເຕີ້ ສ່ວນສະໄໝເດັກນ້ອຍນັ້ນ ຕ້ອງມາຊ່ວຍວຽກຢູ່ຫ້າງ

    ຕ້ອງເຮັດທຸກຢ່າງ ທັງນັ່ງກວດສະຕ໊ອກ ກວດວ່າມີຫຍັງເຂົ້າອອກ ຕອນເດັກນ້ອຍ ຈະຕ້ອງຖືກສົ່ງໄປທຸກຝ່າຍ ເຮັດວຽກທຸກມື້ ຖືກສົ່ງຕົວໄປທຸກພະແນກ ສ່ວນຄ່າແຮງກໍ່ໄດ້ຖືກຫຼາຍ ໄດ້ພຽງແຕ່ມື້ລະ 10 ບາດ

    ມິນ ພີຊະຍາ ເປີດໃຈ ຮັບຈົບງາມຄວາມຮັກ 5 ປີ ກັບໄຮໂຊໂອ໊ດ ພິທັກ ຕັ້ງແຕ່ກາງປີທີ່ຜ່ານມາບອກສາເຫດຄືໄປຕໍ່ກັນບໍ່ໄດ້ ບໍ່ໄດ້ກ່ຽວເລື່ອງຜິດຖຽງກັນ ຫຼື ຜິດໃຈ

    ເປັນການໂອ້ລົມ 2 ຝ່າຍ ຍຸດຕິາະຖານະແຟນ ແຕ່ເປັນເພື່ອນທີ່ດີຕໍ່ກັນ ພະຍາຍາມປັບຈູນກັນມາຫຼາຍຄັ້ງແລ້ວ ຍັງຕິດຕໍ່ຝ່າຍຊາຍຢູ່ແດ່ ເພາະຍັງມີງານຄ້າງຄາທີ່ຕ້ອງເຮັດນຳກັນຢູ່ ໄຮ້ໂອກາດລີເທີນກັນແລ້ວ

    ລາວຍັງມີທຸລະກິດເຮືອນຈັດສັນຂອງຄອບຄົວທີ່ເຈົ້າຕົວລົງແຮງໄປດູແລຄວາມຮຽບຮ້ອຍດ້ວຍຕົວເອງ ມີຊື່ວ່າ ຊົນລະພົກ ພາກວິວ ເຟສໃໝ່ທີ່ ຈ.ຂອນແກ່ນ ທີ່ຕອນນີ້ໂຄງການໃກ້ເສັດສົມບູນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.