ສາວໂຮງງານຄອງໂສດມາ 4 ທົດສະວັດ ຫາກໍ່ພົບຄົນຖືກໃຈ ຈິ່ງຕັດສິນໃຈກູ້ເງິນ 3 ແສນບາດ ເພື່ອຈັດງານແຕ່ງໃຫ້ສົມການລໍຄອຍ ແຕ່ກັບຖືກເຈົ້າບ່າວເທງານແຕ່ງ ບໍ່ຮອດມາໃຫ້ເຫັນໜ້າຈົນເພິ່ນຕ້ອງເຂົ້າພິທີຄົນດຽວ.
ຂ່າວແຈ້ງວ່າເຈົ້າສາວເກີ້ຄົນດັ່ງກ່າວເປັນສາວໂຮງງານແຫ່ງໜຶ່ງໜຶ່ງໃນຈັງຫວັດປຣາຈີນບູຣີຂອງໄທ ແລະມີຜູ້ບ່າວຄົນໜຶ່ງມາຄົບຫາອ້າງຕົວວ່າເປັນທະຫານຍົດຈ່າສິບ ໄດ້ຕົກລົງປົງໃຈກັນ ແລະລົມກັບພໍ່ແມ່ວ່າຈະມາຈັດພິທີມົງຄຸນໃນວັນທີ 1 ພຶດສະພາຜ່ານມາ.
ພໍເຖິງວັນນັດໝາຍພິທີງານແຕ່ງທາງດ້ານເຈົ້າສາວໄດ້ຈັດກຽມງານໄວ້ຢ່າງສວຍງາມ ຕັ້ງພິທີທາງສາສະໜາ ໂຕະຈີນ ພ້ອມເຄື່ອງດື່ມຈຳນວນ 50 ໂຕະ ສຳລັບລ້ຽງແຂກທີ່ເຂົ້າມາຮ່ວມງານ ເຊິ່ງເຈົ້າສາວແລະແຂກໄດ້ອອກຕ້ອນຮັບແຂກຕາມທີ່ຄວນເປັນ ແຕ່ເວລາຜ່ານໄປບໍ່ເຫັນເຈົ້າບ່າວເຂົ້າມາພິທີເລີຍ ຕິດຕໍ່ຫາກໍ່ບໍ່ຮັບສາຍຈິ່ງຮູ້ວ່າຖືກຫຼອກໃຫ້ຈັດງານແຕ່ງແລ້ວ.
ທີ່ໜັກໄປກວ່ານັ້ນຄືນອກຈາກຕ້ອງຢືນຮັບແຂກໜ້າງານຄົນດຽວ ໄຮ້ເງົາເຈົ້າບ່າວຈົນງານສຳເລັດງານ ແລ້ວຍັງໄດ້ໄປຕິດໜີ້ເກືອບ 3 ແສນບາດ ມາເປັນເງິນທີ່ໃຊ້ຈັດງານທັ້ງໝົດ ເຊິ່ງຕ້ອງໄດ້ໃຊ້ຄືນເຈົ້າໜີ້.
ເຈົ້າສາວຜູ້ໂຊກຮ້າຍຄົນນີ້ບອກວ່າ ຕົນກັບເຈົ້າບ່າວຈອມປອມນັ້ນໄດ້ຄົບຫາກັນມາແຕ່ເດືອນ 12 ປີ 2021 ຕະຫຼອດເວລາທີ່ຄົບກັນມາແຟນບອກວ່າເປັນເຈົ້າບ່າວ ແລະຍັງເປັນບໍດິກາດໃຫ້ນັກການເມືອງທ້ອງຖິ່ນອີກດ້ວຍ.
ດ້ວຍບຸກຄະລິກການແຕ່ງກາຍ ແລະການເວົ້າຈາທີ່ໜ້າເຊື່ອຖືຕົນຈັ່ງເຊື່ອແຟນໜຸ່ມຢ່າງໝົດຫົວໃຈ ແລະຕະຫຼອດເວລາທີ່ຢູ່ນຳກັນມາຜູ້ຊາຍເອງກໍເຮັດໂຕເປັນຄົນດີ ສະເໝີຕົ້ນສະເໝີປາຍເຂົ້າກັບຄົນພາຍໃນເຮືອນໄດ້ດີ ມັກເຮັດອາຫານໃຫ້ຄົນໃນເຮືອນກິນ ດູແລເກືອບທຸກຢ່າງ.
ກ່ອນຈະເກີດເຫດຝ່າຍຊາຍມາບອກຢາກແຕ່ງງານ ຕົນໄດ້ບອກວ່າແຕ່ງກໍໄດ້ແຕ່ບໍຕ້ອງຈັດງານໃຫຍ່ ແຕ່ຝ່າຍຊາຍບອກຢາກໄດ້ງານໃຫຍ່ ເພາະຕົນເປັນທະຫານ ແລະເປັນບໍດິກາດອີກ ມີຄົນໃຫຍ່ຄົນໂຕຈະມາ ຕົນຈິ່ງຍອມຕາມໃຈແຟນ.
ພໍຮອດມື້ແຕ່ງ 1 ພຶດສະພາເວລາ 2:00 ກາງເດິກ ຝ່າຍຊາຍໄດ້ເກັບກະເປົາອອກຈາກເຮືອນ ແລ້ວບອກວ່າຈະໄປນອນກັບແມ່ຂອງຕົນທີ່ມາຈອງຣີສອດໄວ້ໃກ້ໆນັ້ນ ສ່ວນຕົນເຫັນວ່າຕ້ອງແຕ່ງໜ້າເຮັດຜົມແດ່ຈິ່ງບໍໄດ້ໄປນຳ ແລະຍັງມອບເງິນໃຫ້ຝ່າຍຊາຍອີກ 20.000 ບາດເປັນຄ່າໃຊ້ຈ່າຍທີ່ຈຳເປັນອີກ.