ເກືອບໄປແລ້ວ ຂຸດກໍ່ສ້າງເກືອບຖືກລະເບີດ ໃຫ້ພາກັນລະມັດລະວັງກັນເດີ້ພີ່ນ້ອງຊາວລາວ

    0
    151

    ຮູ້ກັນດີວ່າ ສປປ ລາວ ເຮົາຖືວ່າເປັນປະເທດໜື່ງທີ່ມີລູກລະເບີດບໍ່ທັນແຕກຕົກຄ້າງຢູ່ ເປັນຈຳນວນຫຼວງຫຼາຍຕັ້ງແຕ່ສະໄໝສົງຄາມ ແລະມີຢູ່ຫຼາຍແຂວງແຕ່ເໜືອຮອດໃຕ້ໃນປັດຈຸບັນ ດັ່ງນັ້ນ ທຸກການກະທຳທີ່ກ່ຽວກັບການຂຸດເຈາະຕ້ອງມີລະຕິລະມັດລະວັງກັນໃຫ້ດີພີ່ນ້ອງຊາວລາວ.

    ໂດຍໃນຕອນເຊົ້າ ຂອງວັນທີ 6 ພຶດສະພາ 2022 ໄດ້ມີ ພຣະສົງອົງໜຶ່ງໄດ້ໂພສຜ່ານເຟສບຸກທີ່ໃສ່ຊື່ວ່າ: ພຣະເກດ ສີບຸນເຮືອງ ລະບຸວ່າ ພຣະອາຈານສີທົນ ເຈົ້າອາທິການວັດໄຫຫີນໄດ້ກ່າວວ່າ “ເກືອບໄປແລ້ວ“ ທີ່ວັດໄຫຫີນມີໄຊຍາຣາມ ເມືອງແປກ ແຂວງຊຽງຂວາງ ໃນຂະນະທີ່ກຳລັງບຸກເບີກການກໍ່ສ້າງ ລົດໄດ້ຈົກຖືກລະເບີດບໍ່ທັນແຕກໃນສົງຄາມ.

    ເຊິ່ງຖືວ່າຝາກເປັນອຸທາຫອນ ສຳລັບປະຊາຊົນຄົນລາວເຮົາ ທີ່ດຳລົງຊີວິດໃນພື້ນທີ່ຕ່າງໆ ໂດຍສະເພາະຜູ້ທີ່ມີແຜນການປຸກສ້າງ, ເຮັດທຳການຜະລິດຕ່າງໆທີ່ນຳໃຊ້ທີ່ດິນ ຫຼື ມີການຂຸດເຈາະຕ່າງໆ ເນື່ອງຈາກວ່າເປັນສິ່ງທີ່ອັນຕະລາຍເຖິງຊີວິດ.

    ຈາກ: ພຣະເກດ ສີບຸນເຮືອງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.