ສະແດງຄວາມຍິນດີນຳເດີ້ ນ້ຳຢາດີອີຫຼີ ຄູ່ນີ້ຊົມເຊີຍ ໄດ້ລູກຝາແຝດທ້ອງ ທີສອງ

    0
    318

    ລູກຝາແຝດ ໃຜແດ່ບໍ່ຢາກໄດ້ແມ່ນຢູ່ວ່າຫຼາຍຄົນບອກວ່າ ມີລູກແຝດມັນເມື່ອຍໄດ ຄວາມເມື່ອຍຄູນສູງເທົ່າ ແຕ່ທຸກຄົນຢາກໄດ້ແຝດທັງນັ້ນແລ ແນວຄົນສ່ວນໃຫຍ່ບໍ່ຄ່ອຍມີໂອກາດໄດ້ມີ ແຖມສະໄໝນີ້ເອົາລູກໜ້ອຍຄົນ ຖ້າໄດ້ແຟດບາງຄູ່ປິດອຸ່ເລີຍ ຫຼື ຖ້າທ້ອງສອງຄັ້ງແຝດໝົດກໍເປັນດັບເບີ້ນແຝດຖືພາພຽງສອງທ້ອງໄດ້ 4 ຄົນ.

    ເວົ້າເລື່ອງນີ້ມາຕ້ອງຂໍສະແດງຄວາມຍິນດີນຳ ພໍ່ບີມ ແລະແມ່ອອຍກ່ອນເລີຍ ຄູ່ນີ້ໃຫ້ກຳເນີດລູກຄັ້ງທຳອິດກໍ່ໄດ້ຝາແຝດຊາຍສອງໜ້າຮັກໜ້າຊັງສຸດໆ ແລະເທື່ອສອງນີ້ພໍ່ບີມຫາກໍ່ປະກາດໄປໝາດໆມື້ເຊົ້ານີ້ວ່າໄດ້ຄູ່ແຝດອີກແລ້ວ.

    ແມໆໆ ເປັນຖືກເລກສອງຊ້ອນເລີຍໄດນີ້! ໃຜຈະໂຊກດີໄດ້ຂະໜາດນີ້ ຖືພາພຽງສອງຄັ້ງໄດ້ແກ້ວຕາດວງໃຈຕັ້ງ4 ຄົນ

    ໂດຍພໍ່ບີມ ກະວີ ໄດ້ປະກາດລົງມນໂອຈີສ່ວນຕົວວ່າ “Yes, We’re haVing aNothEr twiNs. 😊 #beamoiltwinbabies” ມີຄວາມໝາຍວ່າ “ແມ່ນແລ້ວ ຄອບຄົວເຮົາກຳລັງຈະມີລູກແຝດອີກຄູ່”  ຊຶ່ງກໍ່ມີເຫຼົ່າດາລານັກສະແດງ ແລະແຟນໆເຂົ້າໄປສະແດງຄວາມຍິນດີກັບທັງສອງຢ່າງຫຼວງຫຼາຍ

    ສຳລັບຄູ່ແຝດຄົນທຳອິດຂອງໜຸ່ມບີມ ແລະສາວອອຍ ແມ່ນກຳລັງເປັນຕາຮັກ ອາຍຸ 2 ປີ ເລີ່ມເວົ້າເກັ່ງ ເອີ້ນນ້ອງ ທີ ແລະນ້ອງພີ

    ເຮັດໃຫ້ອິດສາແລ້ວ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.