ລຸ້ນກັນ ແມນນີ່ ປາກຽວ ນັກມວຍແຊ້ມໂລກຈະໄດ້ເປັນຜູ້ນຳຂອງສູງຂອງຟີລິບປິນຫຼືບໍ່

    0
    290

    ແມນນີ່ປາກຽວ ນັກກີລາອາຊຽນທີ່ຍິ່ງໃຫຍ່ສຸດໃນປະຫວັດສາດ ຈາກຕຳນານທີ່ເພິ່ນເອງຝາກຝັງໄວ້ກັບວົງການມວຍຈາກທົ່ວໂລກ ຕອນນີ້ກຳລັງລົງເລືອກຕັ້ງເປົ້າໝາຍຄືເປັນ ປະທານາທິບໍລິດີຂອງຟີລິບປິນຄົນຕໍ່ໄປ.

    ຍອດນັກຊົກຊາວຟີລິບປິນຄົນນີ້ ນັບວ່າເປັນໄອດໍຂອງຜູ້ຄົນທັ້ງປະເທດ ທຸກຄົນຮັກເພິ່ນໃນຖານະນັກມວຍຄົນເກັ່ງສ້າງຊື່ສຽງໃຫ້ກັບປະເທດຊາດ ແລະຕົວປາກຽວເອງກໍພະຍາຍາມຈະຕໍ່ຍອດຄວາມນິຍົມທີ່ຊາວປະຊາຊົນມີໃຫ້ດັນໂຕເອງໃຫ້ກ້າວໜ້າໃນສາຍການເມືອງ ແລະ ຫວັງເຖິງຂັ້ນເປັນປະທານາທິບໍດີເລີຍລະ.

    ໃນນັ້ນຕົວເຕັງຜູ້ສະໝັກເປັນປະທານາທິບໍດີຂອງຟີລິບປິນຫຼັກໆ 5 ຄົນທຳອິດໄດ້ແກ່ ຟານຊິສໂກ ເຈົ້າໜ້າທີ່ຂັ້ນສູງຈາກນະຄອນຫຼວງມະນີລາ, ເຟີດີນັນ ມາກັອສ ຈູເຈຍ ອະດີດສະມາຊິກວຸດທິສະພາ ແລະລູກຊາຍຂອງປະທານາທິບໍດີ ເຟີດີນັນ ມາກັອສ, ແມນນີ່ປາກຽວ ນັກຊົກມືເອກແຫ່ງຟີລິບປິນ, ເລນີ ໂຣເບສໂຄ ຮອງປະທານາທິບໍດີຄົນປະຈຸບັນ ແລະແຟນຟີໂລ ແລດສັນ ສະມາຊິກ ວຸດທິສະພາຟີລິບປິນ ການເລືອກຕັ້ງຈະມີຂຶ້ນວັນທີ 9 ພຶດສະພາ 2022ນີ້.

    ແມນນີ່ປາກຽວ ເປັນບຸກຄົນມີຊື່ສຽງ ແລະໄດ້ທຸ່ມເທແຮງກາຍແຮງໃຈ ເພື່ອຊາວຟີລິບປິ່ນຫຼວງຫຼາຍພາຍມາກໃນໄລຍະຜ່ານມາ ໃນຄວາມເປັນຈິງເພິ່ນເອງກໍ່ໜ້າຈະມີໂອກາດສູງໃນການຊີງຕຳແໜ່ງປະທານາທິບໍດີໄດ້ ແຕ່ວົງການມວຍ ແລະການເມືອງເໝືອນຈະໄປຄົນລະທິດລະທາງກະແສນິຍົມບໍ່ເປັນດັ່ງທີ່ຄິດໄວ້.

    ຈາກຜົນການສຳຫຼວດແມ່ນ ຜູ້ໄດ້ຄະແນນນິຍົມສູງສຸດໄດ້ແກ່ ມາກັອສ ຈູເນຍ 56% ຕາມມາແຕ່ ເລນີ່ ໂຣເບສໂຄ ຮອງປະທານາທິບໍດີ 23% ແລະທີສາມແມ່ນ ແມນນີ່ປາກຽວ 7%.

    ແນວໃດກໍ່ຕາມເວທີການເມືອງເປັນສິ່ງທີ່ປາກຽວເລືອກແລ້ວຢາກລອງ ຖາມວ່າເປັນຫຍັງຄືຢາກເຂົ້າວົງການນີ້ ແມນນີ່ ປາກຽວຕອບວ່າ ຕົນເກີດມາເປັນນັກສູ້ ຈະທັງຢູ່ໃນ ແລະນອກສັງວຽນ ປາກຽວກ່າວໄວ້ເມື່ອປີ 2013 ເຊິ່ງເປັນປີທີ່ເພິ່ນເລີ່ມຫັນໜ້າຈາກສັງວຽນມວຍສູ່ເວທີການເມືອງ.

    ບໍ່ຮູ້ນັກມວຍຄົນນີ້ຈະຜັນຊີວິດຈາກຊົກມວນເປັນຜູ້ນຳສູງສຸດຂອງປະເທດໄດ້ຫຼືບໍ ຕ້ອງຕິດຕາມໃນມື້ວັນທີ 9 ພຶດສະພາ 2022 ທີ່ຈະມາເຖິງນີ້ ໂດຍທຸກມື້ນີ້ຕ່າງຄົນຕ່າງອອກຫາສຽງໃຫ້ກັບຕົນເອງ ໃນຝ່າຍຂອງແມນນີ່ ປາກຽວເຫັນວ່າປະຊາຊົນຕ້ອນຮັບຢ່າງລົ້ນຫຼາມອົບອຸ່ນພໍສົມຄວນ ໂດຍມີພັນລະຍາຂອງເພິ່ນຄຽງຂ້າງສະເໝີໃນທຸກບ່ອນທີ່ໄປ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.