ເປັນອີກໜຶ່ງຄົນບັນເທີງທີ່ແຟນແຟນ ທົ່ວທັງໂລກໂຊຊຽວ ຕ່າງກໍພາກກັນຊົມເຊີຍ ໂດຍສະເພາະໄລ້ສະຕາຍຕິດດິນ… ບໍ່ຕິດໄຮ່ໂຊ ສຳລັບພະເອກລຸ້ນໃໝ່ ນ້ຳ ລະພີພັດ ເອກພັນທະກູນ
ແຖມລ່າສຸດ ເຈົາຕົວກໍ່ໄດ້ໂພດພາບຖ່າຍແບ່ງປັນໂມ້ເມັ້ນແຫ່ງຄວາມສຸກໃນນ້ອຍໆ ລົງໃນອິນສະຕາແກມ @namrapeepatekpankul ຫຼັງຈາກນຳເອົາຂີ້ເຫຍື້ອທີ່ເກັບສະສົມໄວ້ຈຳນວນໜຶ່ງໄປຊັ່ງກິໂລ
ພ້ອມໂພດພາກແລະຂຽນແຄັບຊັນວ່າ ເຖິງເປັນຂີ້ເຫຍື້ອກໍຍັງສ້າງປະໂຫຍດ ພ້ອມກັນນັ້ນ ນ້ຳ ລະພີພັດ ຍັງໄດ້ຍຶດເອົາປະສົບການຄັ້ງນີ້ມາຂຽນເປັນແຄບຊັນກ້ອງຮູບ
ເພື່ອສົ່ງກຳລັງໃຈໃຫ້ກັບຄົນສູ້ຊີວິດທຸກທຸກຄົນ ທີ່ໄດ້ຜ່ານມາເຫັນຜົນນີ້ຂອງເຈົ້າຕົວອີກດ້ວຍ
ເຊິ່ງຫຼັງຈາກທີ່ ນ້ຳ ໂພດຮູບແລະຂຽນຄອບຄົວມດັ່ງກ່າວໄປເຊີງ ສາວ ເຊຍ ທິຄຳພອນ
ກໍໄດ້ຄອມເມັ້ນຕອບວ່າ ກໍມັກເກັບຂີ້ເຫຍື້ອຄືກັນ ແລະກໍມີແຟນແຟນ ເຂົ້າມາຄອມເມັນຊົມເຊີຍໜຸ່ມນ້ຳຢ່າງຫຫຼາຍ
ຊີວິດທີ່ບ້ານໄຮ່ຂອງຊາຍ ໄດ້ເລີ້ມຂຶ້ນຢ່າງຈິງຈັງເມື່ອຫຼາຍປີທີ່ແລ້ວ ເຂົາເລືອກກັບມາລົງຫຼັກປັກຖານທີ່ແຂງບາ້ນເກີດ
ປຸກປັ້ນຟາມໄກ່ທີ່ເປັນຄວາມຮັກຄວາມມັກແຕ່ຍາມເດັກແລະອີກປີຕໍ່ມາເຂົາໄດ້ຢ້າຍຄອບຄົວມາໃຊ້ຊີວິດຢູ່ທີ່ນີ້ຢ່າງຖາວອນ
ໃນຖານະເປັນພໍເຂົ່າຕັ້ງໃຈລູກຊາຍແລະລູກສາວໃຫ້ເປັນຄົນບ້ານທຸງທີ່ໄດ້ສູດອາກາດດີດີ ສຳພັດວິຖີຊີວິດທີ່ຢູ່ກັບດິນນາແລະສັດລ້ຽງຄືກັບເຂົາໃນກ່ອນໆ
ທຸກມື້ນີ້ເຂົາລ້ຽງໄກ່ ລ້ຽງຄວາຍ ລ້ຽງມ້າ ລ້ຽງປາ ແລະ ໃຊ້ຊີວິດສະບາຍ ຄືແບບໄດ້ພັກຜ່ອນຕ່າງແຂວງທຸກມື້ ແບບທີ່ວ່າບໍ່ຕ້ອງຖ້າວັນພັກແລ້ວຫາໂອກາດໄປທ່ຽວ
ຂະນະດຽວກັນ ລາວກໍຍັງຄົງທຳມະໃນວົງການ ບໍ່ໄດ້ຫ່າງຫາຍໄປໃສ ພຽງແຕ່ບໍ່ຮັບງານຫຼາຍ ແລະ ເອໃຊ້ຊີວິດໄດ້ຢ່າງດີຢ້ຽມ
ໃນໄວອາຍຸພຽງແຕ່ 35 ປີ ນ້ຳ ລະພີພັດ ມີຊີວິດແບບທີ່ເຂົາປາດຖະໜາມາຕະຫຼອດໂດຍບໍ່ຕ້ອງຖ້າໃຫ້ເຖິງອາຍຸເຖົ້າແກ່
ຄວາມສຸກມື້ນີ້ຂອງຂ້ອຍຄືການໄດ້ຢູ່ກັບຄອບຄົວ ໄດ້ເຮັດສິ່ງທີ່ຮັກ ຄົບແລ້ວ ຊີວິດບໍ່ຕ້ອງດິ້ນລົ່ນແຂ່ງຂັນກັບໃຜ ລະພີພັດຟາມ ກໍ່ເຮັດດ້ວຍຄວາມຮັກສະໂລແກນຄືເຮັດດ້ວຍໃຈ
ຂ້ອຍກາບໍ່ໄດ້ລຳລວຍຫຼາຍກວ່າເກົ່າດອກ ເອົາແຕ່ພໍຢູ່ໄດ້ບໍ່ເດືອດຮ້ອນໃຜ ກິນອີ່ມ ຢາກກິນຫຍັງກໍ່ໄດ້ກິນ ໄດ້ໄປທ່ຽວໃສມາໃສ ສຳນີ້ກໍມີຄວາມສຸກແລ້ວ ບໍ່ຕ້ອງໃຫຍ້ໂຕອະລັງການຫຼາຍກະໄດ້
ພຽງໄດ້ນັ່ງເບິ່ງຄວາຍກິນຟາງຂຽວອຶ່ງ ຂ້ອຍກໍສະບາຍໃຈຈົນບາງທີລືມເລື່່ອງຄຽດໄປໄດ້ຊົ່ວຂະນະເລີຍ ຫລັງຈາກກັບຈາກບ່ອນເຮັດວຽກຂ້ອຍຕ້ອງຍ່າງໄປທີຟາມທຸກມື້ ພໍໄດ້ເບິ່ງໄກ ເບິ່ງຄວາຍແລ້ວ ກໍຫາຍເມື່ອຍເປັນປິດຖີ້ມ