ກອງປະຊຸມທາບທາມຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງ ຢູ່ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ທີ່ຄະນະກວດກາສູນກາງພັກ ໂດຍການເປັນປະທານຂອງ ທ່ານ ສຸກຄໍາເພັດ ເຮືອງບຸດສີ ຄະນະປະຈຳພັກ ຮອງປະທານກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ; ມີຜູ້ຕາງໜ້າກົມກວດກາຈາກບັນດາກະຊວງ – ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸກຄຳເພັດ ເຮືອງບຸດສີ ໄດ້ກ່າວເປີດກອງປະຊຸມວ່າ: ການທາບທາມຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ຊື່ເກົ່າແມ່ນກົດໝາຍວ່າດ້ວຍການກວດກາລັດ ໃນຄັ້ງນີ້ ກໍເພື່ອກຽມຄວາມພ້ອມທີ່ຈະນໍາກົດໝາຍສະບັບປັບປຸງດັ່ງກ່າວນີ້ ເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະເປີດຂຶ້ນໃນໄລຍະເດືອນມິຖຸນາ ຫາ ກໍລະກົດ 2022.
ໃນມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ໄດ້ມີການປັບປຸງ ທີ່ຕັ້ງ, ພາລະບົດບາດ ຂອງອົງການກວດກາລັດ ແລະ ເພື່ອຮັບປະກັນໃນການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານກວດກາລັດ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ການຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີ ຂອງພົນລະເມືອງ ກົດໝາຍສະບັບນີ້ຈຶ່ງໄດ້ກຳນົດທີ່ຕັ້ງ, ພາລະບົດ ບາດຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ເຂົ້າຕື່ມໃສ່ ພ້ອມທັງໄດ້ປັບປຸງວຽກງານກວດກາລັດໄປພ້ອມກັນ ເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນ, ບັນດາກົດໝາຍ ແລະ ທິດຊີ້ນໍາກ່ຽວກັບວຽກງານກວດກາລັດໃນໄລຍະໃໝ່ ກໍຄືສະພາບການປ່ຽນແປງຂອງສັງຄົມ.
ສະນັ້ນ, ກອງປະຊຸມທາບທາມເທື່ອນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳຄິດຄຳເຫັນໃຫ້ກົມກ່ຽວກັບກົດໝາຍທີ່ປະກາດໃຊ້ແລ້ວ ແລະ ກົດໝາຍອື່ນຍັງບໍ່ທັນກໍານົດເຂົ້າໃນແຕ່ລະໝວດ, ແຕ່ລະມາດຕາ ເພື່ອກຳນົດເຂົ້າໃນແຕ່ລະໝວດ, ແຕ່ລະມາດຕາ ເພື່ອເຮັດໃຫ້ກົດໝາຍ ວ່າດ້ວຍການກວດກາລັດ ສະບັບປັບປຸງ ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ, ສອດຄ່ອງ ກັບສະພາບຄວາມເປັນຈິງຂອງການກວດກາລັດ ໃນແຕ່ລະຂັ້ນແຕ່ລະຂະແໜງການ ໃນໄລຍະໃໝ່ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໄດ້.
ທ່ານປະທານກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ບົດຮຽນ ແລະ ປະສົບການຕົວຈິງ ເຂົ້າໃນການຄົ້ນຄວ້າ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງນີ້ໃຫ້ຄົບຖ້ວນສົມບູນ, ຕາມຫຼັກການສ້າງ ແລະ ປັບປຸງ ກົດໝາຍ ແລະ ໃຫ້ສຳເລັດຕາມຈຸດປະສົງຄາດໝາຍວາງໄວ້.