ສານຕັດສິນລູກນ້ອງສີສຸກ ດາວເຮືອງ ຈຳຄຸກ 7 ປີ ຖານຄອບຄອງຢ າ ເ ສ ບ ຕິ ດ

    0
    245

    ຂ່າວໜັງສືພິມຄວາມສະຫງົບລາຍງານວັນທີ 5 ພຶດສະພາ 2022 ນີ້ວ່າ: ພາຍຫຼັງສານປະຊາຊົນ ນະຄອນຫຼວງວຽງຈັນ ນໍາເອົາສໍານວນຄະດີຢາເສບຕິດລາຍໃຫຍ່ທີ່ມີ ທ້າວ ສີສຸກ ດາວເຮືອງ ເປັນຫົວໜ້າ ແລະ ມີພັກພວກຮ່ວມຂະບວນການດຽວກັນອີກ 4 ຄົນ ຂຶ້ນມາພິຈາລະນາຕັດສິນໃນວັນທີ 3 ມີນາ 2022 ແລະ ໜຶ່ງໃນນັ້ນແມ່ນທ້າວ ທົງໄຊ ຫຼື ເຫຼືອ (ຈໍາເລີຍ 4 ) ເຄີຍເປັນຄົນຮັບໃຊ້ຈໍາເລີຍ 1 (ສີສຸກ ດາວເຮືອງ ) ສານໄດ້ພິຈາລະນາຕັດສິນໃນຂໍ້ຫາມີຢາເສບຕິປະເພດຢາອີໄວ້ຄອບຄອງ ແລະ ອາວຸດເສິກ ຈໍາຄຸກ 7 ປີ ພ້ອມທັງປັບ ໃໝ 12 ລ້ານກີບ.
    ໃນປີ 2014, ທ້າວ ທົງໄຊ ຫຼື ເຫຼືອກ ໄດ້ເປັນຄົນຮັບໃຊ້ທ້າວ ສີສຸກ ດາວເຮືອງ ໄປຕາມສະຖານທີ່ຮ້ານບັນເທີງຕ່າງໆໄປແຕ່ລະຄັ້ງຈໍາເລີຍ 1 ຈະເອົາຢາອີໃຫ້ເກັບຮັກສາຄັ້ງລະ 8 ຫາ 10 ເມັດ, ບາງຄັ້ງຈໍາເລີຍ 1 ຍັງບອກໃຫ້ເອົາຢາອີໃສ່ຈອກເຫຼົ້າ, ຈອກເບຍໄປແຕ່ລະຄັ້ງ ຈໍາເລີຍ 1 ເອົາເງິນຄ່າຈ້າງໃຫ້ຄັ້ງລະ 1.000 ບາດ.

    ເດືອນມັງກອນ 2017, ທ້າວ ໄຊຊະນະ ແກ້ວພິມພາ ຖືກເຈົ້າໜ້າທີ່ປະເທດໄທຈັບຕົວ ແລ້ວຈໍາເລີຍ 1 ຈຶ່ງໄດ້ໂທລະສັບບອກໃຫ້ຈໍາເລີຍ 4 ມາເອົາປືນຢູ່ເຮືອນຂອງຈໍາເລີຍ1 ໄປເກັບມ້ຽນໄວ້ຢູ່ເຮືອນຂອງຈໍາເລີຍ4 ຈໍານວນ 4 ກະບອກຄື: ປືນສັ້ນຍີ່ຫໍ້ກັອກ 17 ຈໍານວນ 1 ກະບອກພ້ອມ ລູກຈໍານວນ 15 ລູກ, ປືນສັ້ນບີບີ ກັນດັດແປງ 1 ກະບອກ ພ້ອມລູກຈໍານວນ 6 ລູກ, ປືນສັ້ນ P238 ສີດໍາ ຈໍານວນ 1 ກະບອກ ພ້ອມລູກຈໍານວນ 2 ລູກ ແລະ ປືນສັ້ນຍີ່ຫໍ້ ຫັນລີ ຈໍານວນ 1 ກະບອກ ພ້ອມລູກ. ຈໍານວນ 5 ລູກ; ນອກນີ້, ຍັງມີລູກປືນອີກຈໍານວນຫນຶ່ງທີ່ບໍ່ໄດ້ນັບ;

    ຮອດວັນທີ 31 ມີນາ 2017, ເວລາ 10:00 ໂມງ ຈໍາເລີຍ 1 ໄດ້ໂທລະສັບບອກໃຫ້ຈໍາເລີຍ 4 ໄປຫາຢູ່ເຮືອນຂອງ ເພື່ອເດີນທາງໄປແຂວງຫຼວງ ພະບາງ; ຈາກນັ້ນ, ຈໍາເລີຍ 4 ກໍເອົາປືນສັ້ນ P238 ພ້ອມລູກປືນຕິດຕົວໄປນໍາ, ຈໍາເລີຍ 1 ກໍໄດ້ເອົາ ຢາອີ ໃຫ້ຈໍານວນ 8 ເມັດ ກ່ອນໄປຂີ່ລົດໄປຮັບເອົາຫມູອີກ 2 ຄົນ, ຕໍ່ມາ, ກໍພາກັນເດີນທາງໄປແຂວງຫຼວງພະບາງ ໄປຮອດເວລາປະມານ 18:00 ໂມງ ຂອງວັນດຽວກັນແລ້ວພາກັນໄປຈອງຫ້ອງພັກຢູ່ໂຮງແຮມແຫ່ງຫນຶ່ງ ຮອດ ເວລາ 1:00 ໂມງ ຂອງວັນທີ 1 ເມສາ 2017 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວແລ້ວກວດຄົ້ນຕົວພົບ ເຫັນ ປືນສັ້ນຈໍານວນ 1 ກະບອກ ພ້ອມລູກ 2 ລູກ ແລະ ຢາອີຈໍານວນ 8 ເມັດ; ຕໍ່ມາເຈົ້າໜ້າທີ່ຈຶ່ງໄດ້ທໍາການກວດຄົ້ນເຄຫະສະຖານເຮືອນຂອງ ຈໍາເລີຍ 4 ພົບເຫັນປືນສັ້ນຍີ່ຫໍ້ກັອກ17 ຈໍາ ນວນ 1 ກະບອກ ພ້ອມ ລູກຈໍານວນ 88 ລູກ, ປືນສັນຍີ່ຫໍ້ SIGSAUERJ228 ສີດໍາ 1 ກະບອກ ພ້ອມລູກ 9 ລູກ, ປືນສັນຫັນລີ 38 ສີເລດ ຈໍານວນ 1 ກະບອກ ພ້ອມລູກ 5 ລູກ, ລູກປືນສັ້ນບໍ່ຮູ້ຊະນິດຈໍານວນ 42 ລູກ ທີ່ເປັນປືນຂອງ ຈໍາເລີຍ 1 ຝາກໄວ້ມາດໍາເນີນຄະດີ.

    ທ້າວ ທົງໄຊ (ຈໍາເລີຍ4) ໄດ້ເຄື່ອນໄຫວກະທໍາຜິດດ້ວຍຮູບການເປັນຄົນຮັບໃຊ້ໃຫ້ແກ່ຈໍາເລີຍ 1 ເຊິ່ງສະແດງອອກຈໍາເລີຍ 4 ຈະເປັນຄົນຕິດຕາມຈໍາເລີຍ 1 ໄປຕາມສະຖານທີ່ຮ້ານອາຫານ ແລະ ຮ້ານບັນເທີງຕ່າງໆ ເຊິ່ງໄປແຕ່ລະຄັ້ງຈໍາເລີຍ 1 ຈະເອົາຢາອີມອບໃຫ້ຈໍາເລີຍ 4 ເປັນຄົນເກັບຮັກສາຄອບຄອງເພື່ອເອົາໄວ້ໃສ່ຈອກເຫຼົ້າ ໃຫ້ແກ່ໝູ່ຄູ່ຂອງຈໍາເລີຍ 1;

    ນອກຈາກນີ້, ຈໍາເລີຍ 4 ຍັງໄດ້ຮັບເອົາອາວຸດເສີກປະເພດປືນ ພ້ອມດ້ວຍລູກປືນຈາກຈໍາເລີຍ 1 ໄປເກັບຮັກສາ ໄວ້ຢູ່ເຮືອນຂອງຕົນ ແລະ ຍັງພົບຂອງກາງຢາອີຈໍານວນ 8 ເມັດ ນໍ້າໜັກ 2,6597 ກຣາມ ແລະ ປືນຈໍານວນ 4 ກະບອກ ຕາມບົດບັນທຶກຈັບຕົວ ແລະ ບົດບັນທຶກກວດຄົ້ນເຄຫະສະຖານ, ຈໍາ ເລີຍ 4 ກໍຮັບວ່າໄດ້ຄອບຄອງຢາເສບຕິດ (ຢາອີ) ແລະ ມີອາວຸດເສິກໄວ້ໃນຄອບຄອງໂດຍບໍ່ຖືກຕ້ອງຕາມກົດຫມາຍແທ້.

    ຕາມການພິລາລະນາຂອງຄະນະສານແລ້ວເຫັນວ່າຈໍາເລີຍ 4 ໄດ້ກະທໍາຜິດຕາມມາດຕາ 2 ຂໍ້ 2 ວັກ 1 ຂອງກົດຫມາຍວ່າດ້ວຍການປັບປຸງມາດຕາ 146 ຂອງກົດຫມາຍອາຍາສະບັບປີ 2005 ແລະ ມາດຕາ 75, 76 ຂອງກົດຫມາຍວ່າດ້ວຍຢາ ເສບຕິດປີ 2013; ດັ່ງນັ້ນ, ຄະນະສານອາຍາສານປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງຕັດສິນຕັດອິດສະລະພາບລົງໂທດຈໍາຄຸກ ທ້າວ ທົງໄຊ (ຈໍາເລີຍ4) 7 ປີ ແລະ ປັບໃໝ 12 ລ້ານກີບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.