ຈາກໂພສ Nick Danouphon ຮອດດ່ານມິດຕະພາບ ລາວ-ໄທ ແຫ່ງທີ່1 ວຽງຈັນ – ຫນອງຄ່າຍ
4/5/2022 ໄດ້ຍິນແວດໆວ່າດ່ານໄທເປິດແລ້ວ ມາໆ ມາລິວິວການໄປທ່ຽວໄທໃນຊ່ວງສະຖານະການໂຄວິດ (ຫຼັງຈາກທີ່ປິດດ່ານໄປສາມປີ ຂໍສາຍດ່ຽວມື້ນີ້)
ເອກະສານທີ່ຕ້ອງກຽມແມ່ນມີໃບລົງທະບຽນໄທແລນພັສແລະຊື້ປະກັນໄພ ສ່ວນເຄື່ອງກວດ ATK ແມ່ນຊື້ມາແຕ່ບ້ານເຮົາກະໄດ້ເດີ້ ຖ້າມາຊື້ຢູ່ພີ້ແມ່ນເພິ່ນຂາຍອັນລະ 350฿ ຕໍ່ອັນ
ກ່ຽມເອກະສານ ເຮັດຕາມຄຳເເນະນຳຂອງເຈົ້າຫນ້າທີ່, ມີທັງລົດເມ ແລະ ລົດຕູ້ ແຕ່ແນະນຳໃຫ້ເຫມົາລົດຕູ້ຂ້າມມາ ຄັນນຶ່ງ 500฿ ນັ່ງໄດ້ 5 ຄົນ,
ຂ້າມຂົວມິດຕະພາບລາວ-ໄທມາແລ້ວ
ລົງລົດມາວັກ ອຸນະພູມ ແລະ ຫມໍຈະແນະນຳເຮົາກ່ຽວກັບການກວດ ATK
ຫຼັງຈາກນັ້ນເຮົາກໍ່ໄປຂຽນຟອມ ແລະ ຍັງຢືນໂຮງແຮມ ທີ່ຢູ່ທີ່ຈະໄປພັກ ກວດສຳ່ພາລະກະເປົ່າ ແລ້ວກໍ່ເລາະໂລດ ສະບາຍ ປະເທດໄທ
.
ຈາກ: Nick Danouphon