ລາຄາຄຳຮູບປະພັນ ປັບຂຶ້ນສ້າງສະຖູຕິໃໝ່ ທີ່13.639.000 ກີບຕໍ່1 ບາດ, ຂະນະທີ່ອັດຕາແລກປ່ຽນ ທະລຸ400ກີບຕໍ່1ບາດເຊັ່ນກັນ

    0
    413

    ກ້າວເຂົ້າສູ່ເດືອນເມສາ2022 ລາຄຳຮູບປະພັນໄດ້ປັບຂຶ້ນຕໍ່ເນື່ອງຫຼັງຈາກທີ່ປັບລົງສູ່ລະດັບ12ລ້ານກີບຕໍ່1 ບາດພາຍໃນບໍ່ເທົ່າໃດວັນຫຼັງຈາກທີ່ຂຶ້ນສູງສູດໃນວັນທີ23 ມີນາ 2021 ທີ່ລະດັບ13.589.000ກີບຕໍ່1ບາດ, ໂດຍໃນວັນທີ5 ພືດສະພາ ໄດ້ຂຶ້ນສ້າງສະຖະຕິໃໝ່ ທີ່ລະດັບ 13.639.000 ກີບຕໍ່1ບາດ;​ຂະນະທີ່ອັດຕາແລກປ່ຽນອ້າງອີງທະນາຄານການຄ້າຕ່າງປະເທລາວມະຫາຊົນ ກີບ-ບາດທະລຸກາຍ400ກີບຕໍ່1ບາດ ເຊິ່ງໄດ້ກາຍເປັນແຮງກົດດັນຕໍ່ຄ່າຄອງຊີບຂອງສັງຄົມຢ່າງໜັກ.

    ລາຄາຄຳຮູບປະພັນ ອ້າງອີງຮ້ານຄຳພູວົງເປີດຕະຫຼາດວັນທີ5ພຶດສະພາ 2022 ຂາຍອອກທີ່ 13.439.000ກີບຕໍ່1ບາດໃນເວລາ9:33ໂມງ ກ່ອນທີ່ຈະປັບຂຶ້ນຄັ້ງທຳອິດໃນເວລາ 9:50ໂມງ  ສ້າງສະຖິຕິສູງສຸດໃໝ່ ທີ່ລະດັບ13.639.000ກີບຕໍ່1ບາດ.

    ຂະນະທີ່ອັດຕາແລກປ່ຽນໃນເດືອນພຶດສະພາ ເງິນກີບໄດ້ສືບຕໍ່ອ່ອນຄ່າໄວຂຶ້ນເມື່ອທຽບກັບເງິນບາດແລະເງິນໂດລາສະຫະລັດ ໂດຍອັດຕາແລກປ່ຽນໃນັວນທີ5ພຶດສະພາ2022 ອ້າງອີງຈາກທະນາຄານການຄ້າຕ່າງປະເທລາວ ເງິນບາດຂາຍອອກທີ402,89ກີບຕໍ່1ບາດ.

    ສ່ວນເງິນໂດລາສະຫະລັດຂາຍອອກທີ13.439ກີບຕໍ່1ໂດລາສະຫະລັດ.

    ສະພາຄຳໂລກ (WGC) ເປີດເຜີຍໃນວັນທີ 28 ເມສາ 2022 ວ່າ ຄວາມຕ້ອງການຄຳທົ່ວໂລກເພີ່ມຂຶ້ນ 34% ສູ່ລະດັບ 1.234 ໂຕນໃນໄຕມາດ 1 ຂອງປີ 2022 ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເນື່ອງຈາກຄວາມບໍ່ແນ່ນຂອງເສດຖະກິດ ແລະ ບັນຫາການເມືອງລະດັບໂລກ ໄດ້ເຮັດໃຫ້ນັກລົງທຶນພາກັນຊື້ຄຳ ເຊິ່ງເປັນສິນຊັບທີ່ປອດໄພ.


    WGC ລະບຸວ່າ ຄວາມວິຕົກກັງວົນກ່ຽວກັບອັດຕາເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຄວາມສ່ຽງດ້ານການເມືອງລະຫວ່າງປະເທດ ໄດ້ກາຍເປັນປັດໄຈຫຼັກ ເຮັດໃຫ້ນັກລົງທຶນພາກັນແຫ່ຊື້ຄຳ ແລະ ໄດ້ດຶງລາຄາຄຳເພີ່ມຂຶ້ນສະເລ່ຍ 5% ໃນໄຕມາດ 1 ຂອງປີ 2022 ເມື່ອທຽບກັບໄຕມາດສຸດທ້າຍຂອງປີຜ່ານມາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.