ຍັງມີວິສາຫະກິດ 153 ຫົວໜ່ວຍ ທີ່ຖືກໂຈະຊົ່ວຄາວຕາມມາດຕະການ

    0
    218

    ຍັງມີວິສາຫະກິດ 153 ຫົວໜ່ວຍ ທີ່ຖືກໂຈະຊົ່ວຄາວຕາມມາດຕະການ.

    ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໄດ້ໃຫ້ຮູ້ວ່າ: ແຈ້ງຍົກເລີກໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ຂອງວິສາຫະກິດ ຈໍານວນ 4 ຫົວໜ່ວຍ ຕາມໜັງສືສະເໜີຂອງ ກົມສ່ວຍສາອາກອນ, ກະຊວງການເງິນ ເລກທີ 1700ກສອ, ລົງວັນທີ 22 ເມສາ 2022, ເຮັດໃຫ້ວິສາຫະກິດດັ່ງກ່າວສາມາດສືບຕໍ່ ເຄື່ອນໄຫວໄດ້ໂດຍໃຫ້ສອດຄ່ອງຕາມກົດໝາຍ.

    ສ່ວນສຳລັບ ວິສາຫະກິດ ທີ່ຍັງຖືກມາດຕະການ ຕາມໜັງສືແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ສະບັບເລກທີ 210/ຈທວ, ລົງວັນທີ 18 ສິງຫາ 2022 ແມ່ນໃຫ້ສືບຕໍ່ເຂົ້າໄປພົວພັນກັບເຈົ້າໜ້າທີ່ສ່ວຍສາອາກອນ, ກົມສ່ວຍສາອາກອນ, ກະຊວງການເງິນກ່ອນວັນທີ 29 ເມສາ 2022 ເພື່ອປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຂອງຂະແໜງສ່ວຍສາອາກອນ.

    ຖ້າຫາກກາຍກຳນົດເວລາຂ້າງເທິງນີ້ ວິສາຫະກິດດັ່ງກ່າວ ຈະຖືກພິຈາລະນາແຈ້ງໂຈະການເຄື່ອນໄຫວທຸລະກິດຖາວອນ; ເຊີ່ງປັດຈຸບັນ ຈຳນວນວິສາຫະກິດທີ່ສຶບຕໍ່ໂຈະການເຄື່ອນໄຫວທຸລະກິດຊົ່ວຄາວຍັງມີ 153 ຫົວໜ່ວຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.