ຄຸນປະໂຫຍດ ຂອງຜັກແປ້ງນົວ ຜັກສະໝູນໄພຫລາຍຢ່າງ ຮັກສາໄດ້ຫລາຍພະຍາດ

    0
    608

    ປະໂຫຍດຂອງຜັກແປ້ງນົວ ຫລື ໃບຊາຢາ (chaya) ຊ່ວຍຮັກສາຫອບຫືດ ເພີ່ມລະດັບແຄລຊຽມໃນຮ່າງກາຍ ຮັກສາ ແລະ ປ້ອງກັນພະຍາດເລືອດຈາງ ຄວບຄຸມນໍ້າຕານໃນເລືອດ ແລະ ຄວບຄຸມລະດັບນຳ້ຕານໃຫ້ຜູ້ປ່ວຍເບົາຫວານ ປ້ອງກັນອາການເຈັບຫົວ

    ປັບປຸງການເຮັດວຽກຂອງສະໝອງ ແລະ ສາຍຕາ ປ້ອງກັນໂລກລິດສີດວງທະວານ ລ້າງພິດໃນຕັບ ຮັກສາອາການເຈັບຄໍ ແລະ ຕິດເຊື້ອທີ່ລໍາຄໍ ປັບສົມດຸນຂອງລະບົບການເຜົາຜານປ້ອງກັນເສັ້ນເລືອດຂອດ

    ຮັກສາໂລກກະດູກຜ່ອຍ ຊ່ວຍພັດທະນາການຈະເລີນເຕີບໂຕໃຫ້ກັບເດັກນ້ອຍ ຫລຸດລະດັບຂອງກົດຢູລິກໃນເລືອດ ແລະ ຄວບຄຸມລະດັບຄໍເລດຕໍລໍ

    ພືດຊະນິດນີ້ມີປະໂຫຍດຢ່າງຫລວງຫລາຍ ແລະ ສາມາດຮັກສາພະຍາດໄດ້ເກືອບທຸກປະເພດ ສາມາດເພີ່ມພືດຊະນິດນີ້ລົງໃນແກງ ຫລື ໃຊ້ເປັນຊາສໍາລັບດື່ມ ແຕ່ບໍ່ຄວນບໍລິໂພກແບບສົດ
    ສ່ວນປະສົມທີ່ຈໍາເປັນ ໃບແປ້ງນົວ 6 ໃບ ນໍ້າ 2 ຖ້ວຍ

    ວິທີເຮັດ:ນໍານໍ້າໄປຕົ້ມ ແລະ ໃສ່ໃບແປ້ງນົວລົງໄປ ຂ້ຽວປະໄວ້ປະມານ 10 ນາທີ ພຽງເທົ່ານີ້ຊາມະຫັດສະຈັນກໍສາມາດດື່ມໄດ້ແລ້ວ ເພື່ອໃຫ້ໄດ້ຜົນຮັບທີ່ດີທີ່ສຸດຄວນດື່ມຊາ 1 ຈອກວັນລະ 3 ຄັ້ງກ່ອນອາຫານ ນອກຈາກນີ້ຍັງສາມາດນຳໄປຊຸບໄດ້ອີກເຊັ່ນກັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.